• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍາປູເຈຍ ຖືເປັນສໍາຄັນຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ

      ກໍາປູເຈຍ ຖືເປັນສໍາຄັນຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ. ນີ້ແມ່ນຄໍາຢ້ັງຢືນຂອງທ່ານນາຍົກລັດຖະມົນຕີ ກໍາປູເຈຍ Samdech Hun Sen ທີ່ການຕ້ອນຮັບຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ, ໂດຍທ່ານ ພົນໂທ ເລືອງເກື່ອງ, ເລຂາສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ນໍາໜ້າ ໄດ້ໄປຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນວັນທີ 21 ກັນຍາ. 

ທ່ານນາຍົກລັດຖະມົນຕີ Samdech Hun Sen ຕ້ອນຮັບ  ທ່ານພົນໂທ ເລືອງເກື່ອງ (ພາບ:qdnd.vn)
          ທ່ານພົນໂທ ເລືອງເກື່ອງ ໄດ້ຢັ້ງຢືນວ່າ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ຕີລາສູງ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຂອງລັດຖະບານ, ປະຊາຊົນ ແລະ ກອງທັບ ກໍາປູເຈຍ ທີ່ມີຕໍ່ ຫວຽດນາມ; ທ່ານປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ Samdech Hun Sen ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂ ເພື່ອໃຫ້ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ແລະ ກົມໃຫຍ່ ບໍລິການດ້ານປ້ອງກັນຊາດ ກໍາປູເຈຍ ປະຕິບັດບັນດາເນື້ອໃນຮ່ວມມືໃຫ້ເປັນຢ່າງດີ; ພ້ອມທັງສະເໜີໃຫ້ຝ່າຍ ກໍາປູເຈຍ ສືບຕໍ່ຊ່ວຍເຫຼືອຍູ້ໄວການຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກໍາປູເຈຍ ກັບຄືນເມືອປະເທດ; ໂຄສະນາເຜີຍແຜ່ໃຫ້ຄົນລຸ້ນຫຼັງກ່ຽວກັບ ນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ.
 (​ແຫຼ່ງຄັດ​ຈາກ VOV)

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

Top