• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ວາ 3,4 ລ້ານຄົນໃນໂລກຕິດເຊື້ອພະຍາດໂຄວິດ-19

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 02 ພຶດສະພາ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄ້ວນໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3,4 ລ້ານຄົນ, ໃນນັ້ນ ເກືອບ 240.000 ຄົນເສຍຊີວິດ ແລະ ກ່ວາ 1 ລ້ານຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
             ອາເມລິກາ ສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອຫລາຍທີ່ສຸດໃນໂລກ, ຖັດມາແມ່ນປະເທດ ແອັດສະປາຍ, ອີຕາລີ, ອັງກິດ, ເຢຍລະມັນ, ລັດເຊຍ. ວັນທີ 01 ພຶດສະພາ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການການຂ່າວຂອງກະຊວງກໍ່ສ້າງ ແລະ ເຮືອນຢູ່ ລັດເຊຍ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ ແລະ ທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ລ້ວນແຕ່ມີຜົນບວກພາຍຫລັງການວິໄຈໄວຣັດ SARS-CoV-2.
 (ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top