• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມ​ການ​ເມືອງ ​ປະກອບ​ຄໍາ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 13 ຂອງ​ພັກ​ໃຫ້​ສົມບູນ​​ແບບ, ສົ່ງ​ໃຫ້​ກອງ​ປະຊຸ​ມ​ໃຫຍ່​ອົງຄະນະ​ພັກ​ຂັ້ນ​ຮາກ​ຖານ

ຕອນເຊົ້າວັນທີ 14 ກຸມພາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ ກົມການເມືອງປະກອບຄໍາເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຊຸດທີ 13 ຂອງພັກໃຫ້ສົມບູນແບບ, ເພື່ອສົ່ງໃຫ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານ ປະກອບຄໍາເຫັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງກ່າວຄໍາເຫັນໄຂກອງປະຊຸມ (ພາບ: TTXVN)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ ສືບຕໍ່ກວດກາຄືນໃໝ່ຮ່າງບົດລາຍງານສະບັບຕ່າງໆ, ຮັບປະກັນລັກສະນະເປັນເອກະພາບກ່ຽວກັບທັດສະນະດ້ານແນວຄິດ, ດ້ວຍເນື້ອໃນຈິດໃຈ ລາຍງານກ່ຽວກັບດ້ານການເມືອງ ແມ່ນໃຈກາງ; ໃຊ້ຄໍາສັບໃຫ້ຖືກຕ້ອງຊັດເຈນ ແລະ ເຂົ້າໃຈງ່າຍ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍໃສ່ໃຈວ່າ “ເອກະສານຂອງກອງປະຊຸມໃຫຍ່ ແມ່ນຫຼັກຖານທີ່ປະໄວ້ໃຫ້ຄົນລຸ້ນຫຼັງ ດັ່ງນັ້ນ, ເລື່ອງຮັບເອົາຄໍາເຫັນປະກອບ ຕ້ອງມີທັດສະນະ, ມີຫຼັກໝັ້ນ, ມີຂໍ້ອ້າງອີງ ຕາມທິດນໍາທີ່ວ່າ ຮັບຟັງ ແລະ ເຄົາລົບນັບຖືຄໍາເຫັນທຸກຂໍ້, ມີການຊັ່ງຊາຢ່າງລະອຽດ. ເລື່ອງຮັບເອົາຄໍາເຫັນຕ້ອງມີຂໍ້ອ້າງອີງ, ມີພຶດຕິກໍາຕົວຈິງ, ຊວນເຊື່ອ, ຖືກຕ້ອງຕາມຫຼັກການ, ຖືກຕ້ອງຕາມຄຸນນະທາດ, ມີຄວາມຮັບຜິດຊອບຢ່າງສຸດຂີດ ແລະ ຕ້ອງປົກປ້ອງໄດ້ຄໍາເຫັນທີ່ຖືກຕ້ອງ.

(ແຫຼ່ງຄັດຈາກ VOV)


ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ ປະພາຄານ ໃນ ອາຊຽນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ

Top