• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມປະກາດໃຊ້ຮ່າງມາດຕະຖານຊື່ຕຳແໜ່ງ,ມາດຖານຕີລາຄາພະນັກງານ

      ໃນຂໍ້ກຳນົດເລກທີ 90, ກົມການເມືອງຊີ້ແຈ້ງມາດຕະຖານລວມພະນັກງານໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ ຕ້ອງຈົ່ງຮັກພັກດີກັບຜົນປະໂຫຍດຂອງພັກ, ຂອງປະເທດຊາດ - ຊົນຊາດ ແລະ ປະຊາຊົນຢ່າງເດັດຂາດ; ຢຶດໝັ້ນລັດທິມາກ - ເລນີນ, ແນວຄິດ ໂຮ່ຈີ໋ມີນ

ກອງປະຊຸມຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ
      ຕາງໜ້າກົມການເມືອງ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ລົງນາມ ປະກາດໃຊ້ຂໍ້ກຳນົດກ່ຽວກັບຮ່າງມາດຕະຖານຊື່ຕຳແໜ່ງ, ກຳນົດທິດຮ່າງມາດຖານຕີລາຄາພະນັກງານການນຳຄຸ້ມຄອງທຸກຂັ້ນ; ຂໍ້ກຳນົດເລກທີ 90 ກ່ຽວກັບມາດຕະຖານຊື່ຕຳແໜ່ງ, ມາດຖານຕີລາຄາພະນັກງານ ໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ. ໃນຂໍ້ກຳນົດເລກທີ 90, ກົມການເມືອງຊີ້ແຈ້ງມາດຕະຖານລວມພະນັກງານໃນຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຄຸ້ມຄອງ ຕ້ອງຈົ່ງຮັກພັກດີກັບຜົນປະໂຫຍດຂອງພັກ, ຂອງປະເທດຊາດ - ຊົນຊາດ ແລະ ປະຊາຊົນຢ່າງເດັດຂາດ; ຢຶດໝັ້ນລັດທິມາກ - ເລນີນ, ແນວຄິດ ໂຮ່ຈີ໋ມີນ, ຈຸດໝາຍອຸດົມຄະຕິກ່ຽວກັບເອກະລາດປະເທດຊາດ ແລະ ລັດທິສັງຄົມນິຍົມ; ມີຫຼັກໝັ້ນ, ທັດສະນະ, ຄຸນນະທາດການເມືອງຢ່າງໝັ້ນຄົງເພື່ອປົກປັກຮັກສາໂຄງການການເມືອງ, ແນວທາງຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ ແລະ ປະຕິເສດຖ້ອຍທຳນອງເສກສັນປັ້ນແຕ່ງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ອົງການປະຕິການພາກສ່ວນສວຍໂອກາດ ແລະ ຂັດເຄືອງດ້ານການເມືອງ. ມີນ້ຳໃຈຮັກຊາດຢ່າງລົ້ນເຫຼືອ, ເລິກເຊິ່ງ; ຍາມໃດກໍ່ຖືຜົນປະໂຫຍດຂອງພັກ, ປະເທດຊາດ - ຊົນຊາດ, ປະຊາຊົນສູງກວ່າຜົນປະໂຫຍດຂອງຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ແລະ ບຸກຄົນ; ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ; ເພື່ອພາລະກິດປະຕິວັດຂອງພັກ, ເພື່ອເອກະລາດ, ອິດສະຫຼະພາບຂອງປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ເດັດດ່ຽວປະຕິບັດມາດຕະການແບ່ງງານຂອງອົງການຈັດຕັ້ງ, ອຸ່ນອ່ຽນໃຈປະຕິບັດງານ. ຮັກສາກົດວິໄນໃນການປາກເວົ້າໃຫ້ຖກຕາມຫຼັກການ, ຂໍ້ກຳນົດຂອງພັກ.
      ນີ້ເປັນຄັ້ງທຳອິດ, ທີ່ກົມການເມືອງມີບັນດາຂໍ້ກຳນົດລະອຽດທີ່ສຸດ ກ່ຽວກັບມາດຕະຖານຊື່ຕຳແໜ່ງ, ມາດຖານຕີລາຄາສຳລັບພະນັກງານຂັ້ນສູງຂອງພັກ ແລະ ລັດ. ນອກຈາກຂໍ້ກຳນົດລວມ, ກົມການເມືອງກໍ່ກຳນົດບັນດາມາດຕະຖານລະອຽດສຳລັບແຕ່ລະຊື່ຕຳແໜ່ງຄື: ກຳມະການຄະນະບໍລິຫານງານສູນກາງ, ກຳມະການກົມການເມືອງ, ຄະນະເລຂາທິການ; ເລຂາທິການໃຫຍ່; ປະທານປະເທດ; ນາຍົກລັດຖະມົນຕີ; ປະທານສະພາແຫ່ງຊາດ...
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top