• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກູບາ ປາດຖະໜາຢາກປັບປຸງການພົວພັນກັບ ອາເມລິກາ ກ່ວາອີກ


(ພາບປະກອບ)

      ວັນ​ທີ 05/02, ຜູ້​ວ່າການ​ລັດ Colorado ທ່ານ John Hickenlooper ​ໃຫ້​ຮູ້​ວ່າ: ລັດຖະບານ ກູ​ບາ ປາດ​ຖະໜາ​ຢາກ​ປັບປຸງ​ການ​ພົ​ວພັນ​ກັບ ອາ​ເມ​ລິ​ກາ ພາຍ​ໃຕ້​​ການ​ປົກຄອງ​ຂອງ​ປະທານາທິບໍດີ Donald Trump ກ່ວາ​ອີກ. ຄຳ​ປາ​ໄສດັ່ງກ່າວ ​ຖືກຍົກ​ອອກມາ​ເມື່​ອທ່ານ Hickenlooper ສິ້ນ​ສຸດ​ການ​ຢ້ຽມຢາມ​​ປະ​ເທດ​ເກາະ Caribbean ນີ້​ເປັນ​ເວລາ 3 ວັນ, ສ່ວນ​ໜຶ່ງ​ແມ່ນ​ແນ​ໃສ່ສັງ​ເກດ​ສະພາບ​ການ​ຂອງ ກູ​ບາ ພາຍຫລັງ​ຜູ້ນຳ​ປະຕິວັດ Fidel Castro ​ເຖິງ​ແກ່​ມໍລະນະ​ກຳ. ​ເມື່ອ​ເຕື້ອງ​ເຖິງ​ການ​ພົບ​ປະ​ກັບທ່ານ Josefina Vidal ​ຫົວໜ້າ​ກົມ​ບັນດາ​ບັນຫາ ອາ​ເມ​ລິ​ກາ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ, ທ່ານ Hickenlooper ຕີ​ລາຄາ​ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ “ມີ​ຄວາມປະ​ເອີ​ບ​ໃຈ ​ແລະ ​ລະມັດລະວັງ” ຕໍ່​ບັນ​ຫາ​ປັບປຸງ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ.
        ກ່ອນ​ໜ້າ​ນັ້ນ, ທ່ານ Trump ​ເຄີຍ​ຢືນຢັນ​ວ່າ ຢາກ​ໄດ້​ຂໍ້​ຕົກລົງ​ສະບັບ​ໜຶ່ງທີ່​ດີ​ກ່ວາ​ກັບ ກູ​ບາ ​​ເມື່ອ​ທຽບ​ໃສ່​ຂໍ້​ຕົກລົງ​ເຊິ່ງອະດີດ​ປະທານາທິບໍດີ Barack Obama ບັນລຸ​ໄດ້. ວັນ​ທີ 03/02 ທຳ​ນຽບຂາວ​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ ​ວິວັດ​ການ “ຕີ​ລາຄາ​ຮອບດ້ານ​ຄືນ​ໃໝ່” ນະ​ໂຍບາຍ​ ​ພົວພັນ​ຕ່າງປະ​ເທດ​ຂອງ ອາ​ເມ​ລິ​ກາ ສຳລັບ ກູ​ບາ ​ພວມ​ໄດ້ຮັບ​ການ​ດຳ​ເນີນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top