• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງໜູນໃໝ່ໃນການພົວພັນລະຫວ່າງຫວຽດນາມ-ອາເມລິກາ


ທ່ານ ຟ້າ​ມກວາງ​ວິ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ
 ອາ​ເມ​ລິ​ກາ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ນະຄອນ Annapolis
      ຫວ່າງ​ແລ້ວ​ນີ້, ທ່ານ ຟ້າ​ມກວາງ​ວິ​ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ນະຄອນ Annapolis, ​ເມືອງ​ເອກ​ຂອງ​ລັດ Maryland, ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລັດ​ນີ້​ເວົ້າ​ສະ​ເພາະ. ​ໃນ​ການ​ພົບ​ປະ​ກັບ​ທ່ານ Boyd Rushford, ຮອງ​ຜູ້​ວ່າການ​ລັດ Maryland, ​ແລະ ​ໃນ​ການ​ກ່າວ​ຄວາມ​ເຫັນ​ຕໍ່​ໜ້າ​ສະມາຊິກ​ສະ​ໂມ​ສອນ​ສາກົນ Annapolis 200 ຄົນ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ຫວຽດນາມ​ຖື​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ​ເປັນ​ສຳຄັນ​ທີ່​ສຸດ. ​ແລະ ຖື​ວ່າ, ສອງ​ຝ່າຍ​ມີ​ທ່າ​ສະດວກ​ຫຼາຍ​ຢ່າງ, ສາມາດ​ເພີ່ມ​ເຕີມ​ໃຫ້​ກັນ ​ແລະ ຫວັງ​ວ່າ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລັດ Maryland ​ເວົ້າ​ສະ​ເພາະ​ຈະ​ຍູ້​ແຮງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ​ໃຫ້​ຫຼາຍ​ກວ່າ​ອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top