• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງທະຫານ ສືບຕໍ່ໃຫ້ການໜູນຊ່ວຍນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເຮັດວຽກກັບຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ.
 
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  (ພາບ: TTXVN)
      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ມາຮອດປັດຈຸບັນ, ສະພາບການໂລກລະບາດຢູ່ນະຄອນ ໂຮ່ຈມິນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງຫຼຸດລົງ. ພາຍຫຼັງວັນທີ 30 ກັນຍາ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຈະເລີ່ມຜ່ອນຜັນມາດຕະການຈຳກັດບໍລິເວນ, ຟື້ນຟູການຜະລິດ, ດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ, ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ກ່ອນທີ່ບັນດາທ້ອງຖິ່ນບັນລຸພຸມຕ້ານທານໃນຊຸມຊົນ, ກຳລັງທະຫານ ຈະສືບຕໍ່ໃຫ້ການໜູນຊ່ວຍນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ສາຫະກິດ ແລະ ປະຊາຄົມຊາວ ອິນໂດເນເຊຍ ອາໄສ ຢູ່ ນະຄອນ ໂຮ່ຈີມິນ ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: dangcongsan.vn)
      ນະຄອນ ໂຮ່ຈີມິນ ກໍສືບຕໍ່ໄດ້ຮັບການໜູນຊ່ວຍຈາກບັນດາວິສາຫະກິດ ແລະ ປະຊາຄົມຊາວ ຕ່າງປະເທດ ອາໄສຢູ່ນະຄອນ ໂຮ່ຈີມິນ. ວັນທີ 29 ກັນຍາ, ສະຖານກົງສູນ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ມອບເງິນຈຳນວນ 169 ລ້ານ ດົ່ງ (ປະມານກວ່າ 7.400 USD) ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ ດ້ວຍມຸນຄ່າກວ່າ 120 ລ້ານດົ່ງ (ປະມານກວ່າ 5.200 USD) ໃຫ້ແກ່ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ. ນີ້ແມ່ນການຊ່ວຍເຫຼືອຂອງບັນດາວິສາຫະກິດ ແລະ ປະຊາຄົມຊາວ ອິນໂດເນເຊຍ ອາໄສ ຢູ່ ນະຄອນ ໂຮ່ຈີມິນ ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
        ໃນຕອນເຊົ້າຂອງວັນດຽວກັນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ Good Neighbors (ສ.ເກົາຫຼີ) ກໍໄດ້ມອບຂອງຂວັນຈຳນວນ 1.000 ພູດ ດ້ວຍມູນຄ່າ ເກືອບ 22.000 USD ໃຫ້ແກ່ ເມືອງ ເຕິນຝູ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top