• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ຜັນຂະຫຍາຍພາລະກອນປ້ອງກັນຄວາມສະຫງົບ 80.000 ຄົນເນື່ອງໃນໂອກາດການເລືອກຕັ້ງທົ່ວປະເທດ

      ວັນທີ 18 ເມສາ, ຮອງຫົວໜ້າຕຳຫລວດແຫ່ງຊາດ ກຳປູເຈຍ, ນາຍພົນ Kirt Chantharith ໃຫ້ຮູ້ວ່າ: ປະເທດນີ້ ຈະຜັນຂະຫຍາຍພາລະກອນປ້ອງກັນຄວາມສະຫງົບທັງໝົດ 80.000 ຄົນ
ເພື່ອແນໃສ່ຮັບປະກັບຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນຕະຫລອດໄລຍະດຳເນີນການເລືອກຕັ້ງທົ່ວປະເທດ ຊຶ່ງຄາດວ່າ ຈະດຳເນີນໃນເດືອນ ກໍລະກົດຈະມາເຖິງ. ກ່າວຄຳເຫັນທີ່ພິທີເປີດຊຸດຝຶກອົບຮົບກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງ ແລະ ປະມວນຂໍ້ກຳນົດການປະພຶດທີ່ສະຫງວນໃຫ້ບັນດາພາລະກອນປ້ອງກັນຄວາມສະຫງົບໃນໄລຍະດຳເນີນການເລືອກຕັ້ງທົ່ວປະເທດ, ນາຍພົນ Chantharith ຊີ້ແຈ້ງວ່າ ພາລະກອນປ້ອງກັນຄວາມສະຫງົບທັງໝົດມີ 80.000 ຄົນ (ໃນນັ້ນ ລວມມີຕຳຫລວດ, ພົນທະຫານ, ກຳລັງພິທັກຮັກສາ ແລະ ກຳລັງປ້ອງກັນຄວາມສະຫງົບແຫ່ງຊາດ) ຈະໄດ້ເຂົ້າຮ່ວມໃນການຮັບປະກັບຄວາມສະຫງົບປອດໄພໃຫ້ເຫດການສຳຄັນຍິ່ງນີ້.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top