• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ

      ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ, ງານມະໂຫລານຮູບເງົາອາຊຽນ ເຊິ່ງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ໄດ້ສົມທົບກັບສະຖານທູດຂອງ 10 ປະເທດສະມາຊິກຢູ່ພະນົມເປັນ ຈະຈັດຕັ້ງໃນລະຫວ່າງວັນທີ 08 – 17 ກັນຍາ

ກຳປູເຈຍຈັດຕັ້ງງານມະໂຫລານຮູບເງົາອາຊຽນ
(ພາບ: TTXVN)
      ເພື່ອແນໃສ່ຍົກສູງວັດທະນະທຳຂອງບັນດາປະເທດໃນສະຫະສະມາຄົມ. ສະຖານທູດແຕ່ລະປະເທດຈະຄັດເລືອກຮູບເງົາຂອງປະເທດຕົນເພື່ອສາຍໃນຊ່ອງໂທລະພາບແຫ່ງຊາດກຳປູເຈຍ (TVK) ແລະ ຊ່ອງໂທລະພາບກອງທັບແຫ່ງລາຊະອາຈັກ (TV5) ຂອງກຳປູເຈຍ. ຫວຽດນາມ ໄດ້ນຳຮູບເງົາເລື່ອງ “ຍາມໃດຈຶ່ງຮອດເດືອນຕຸລາ” ເພື່ອສາຍຢູ່ງານມະໂຫລານຄັ້ງນີ້. ເຖິງວ່າຮູບເງົາມີຫຼາຍເລື່ອງ, ແຕ່ບັນດາຮູບເງົາທີ່ໄດ້ສາຍຢູ່ງານມະໂຫລານມີຈຸດລວມແມ່ນແຕ່ລະເລື່ອງລ້ວນແຕ່ໄດ້ເຕື້ອງເຖິງຂົງເຂດໃນຊີວິດຂອງບັນດາປະເທດສະມາຊິກ ແລະ ໄດ້ຮັບຄວາມນິຍົມ ແລະ ຕີລາຄາສູງຈາກບັນດາຜູ້ຊົມຢູ່ປະເທດເຫຼົ່ານັ້ນ, ນອກນັ້ນ, ຍັງມີຮູບເງົາບາງເລື່ອງໄດ້ຮັບລາງວັນທັງຢູ່ພາຍໃນ ແລະ ຕ່າງປະເທດ.
 (ແຫຼ່ງຄັດຈາກ VOV)
 

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top