• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາ​ນາ​ດາ ຕີ​ລາ​ຄາ​ສູງ ການ​ນຳ​ພາ​ຂ​ອງ ພັກກອມ​ມູ​ນິດ ຫວຽດ​ນາມ ໃນບັນ​ດາໄຊ​ຊະ​ນະ​ຂອງ​ຊາດ ຫວຽດ​ນາມ

ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ:  TTXVN)

ວັນທີ 6 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2021) ແລະ ອວຍພອນຜົຸນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ” ໂດຍມີການເຂົ້າຮ່ວມຂອງນັກຮຽນຮູ້ທີ່ມາຈາກ ອັງກິດ, ອາເມລິກາ ແລະ ອາກຊັງຕິນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງ ຫວຽດນາມ. ຍ້ອນວິວັດການປ່ຽນແປງໃໝ່, ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸພຽງແຕ່ 86 USD ເທົ່ານັ້ນ, ແຕ່ຫວຽດນາມ ໄດ້ຟື້ນຕົວ ແລະ ຍົກລະດັບ ລາຍຮັບສະເລ່ຍຕໍ່ຫົວຄົນ ຂຶ້ນເປັນປະມານ 2.800 USD, ກາຍເປັນປະເທດ ສົ່ງອອກເຂົ້າສານໃຫຍ່ອັນດັບທີ 2 ໃນໂລກ. ສະເພາະປີ 2020, ໃນຂະນະທີ່ລະດັບການເຕີບໂຕ GDP ຂອງໂລກເປັນລົບ,ແຕ່ເສດຖະກິດຂອງ ຫວຽດນາມ ຍັງບັນລຸລະດັບເຕີບໂຕ 2,91%. ເພື່ອນມິດ ການາດາ ໄດ້ສະແດງຄວາມປາດຖະໜາຢາກຮຽນຮູ້ປະສົບການ ຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພ້ອມທັງສະແດງຄວາມເຄົາລົບຕໍ່ບັນດາໄຊຊະນະຂອງ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍ ຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນໃນວິວັດການປ່ຽນແປງໃໝ່ປັດຈຸບັນ, ອັນໄດ້ຢັ້ງຢືນໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top