• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ໂອ້​ລົມ​ສົນ​ທະ​ນາ​ແລກ​ປ່ຽນທາງ​ອອນ​ລາ​ຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ທິ​ປະ​ໄຕສັງ​ຄົມ ເຢຍ​ລະ​ມັນ

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງພັກໃນການພົວພັນຕ່າງປະເທດສອງຝ່າຍ.

ການໂອ້ລົມສົນທະນາແລກປ່ຽນທາງອອນລາຍ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ (ພາບ: TTXVN)

ຕອນບ່າຍວັນທີ 16 ພະຈິກ, ທ່ານຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູງກາງ ພັກກອມມູນິດຫວຽດນາມ  ແລະ ທ່ານ Alexander Schweitzer, ກຳມະການຄະນະບໍລິຫານງານສູນກາງພັກປະຊາທິປະໄຕສັງຄົມ ເຢຍລະມັນ ໄດ້ເປັນປະທານຮ່ວມການໂອ້ລົມສົນທະນາທາງອອນລາຍ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາທິປະໄຕສັງຄົມ ເຢຍລະມັນ, ພ້ອມທັງຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນລະຫວ່າງສອງພັກໃນການພົວພັນຕ່າງປະເທດສອງຝ່າຍ.

  ສອງຝ່າຍເຫັນດີເປັນເອກະພາບວ່າ ໃນສະພາບການໂລກລະບາດໂຄວິດ - 19 ພວມກີດຂວາງວິວັດການດຳເນີນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນ, ການສົນທະນາໂດຍກົງນັ້ນ, ສອງພັກຍິ່ງຕ້ອງເພີ່ມທະວີຄວາມສາມັກຄີ, ການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ເພື່ອສ້າງທ່ວງທ່າແກ່ການພົວພັນໃນໄລຍະຫຼັງໂລກລະບາດໂຄວິດ - 19. ສອງຝ່າຍຢັ້ງຢືນວ່າ  ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ./.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top