• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ພົບ​ປະ​ຢູ່ນອກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 76 ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທັງ​ເຊິນ

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນິວຢອກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບລັດຖະມົນຕີການຕ່າງປະເທດ ກູບາ, ໄທ, ອິນເດຍ, ອີຣານ, ອາຣັບບີ ຊະອຸດິ, ຮຸງກາຣີ, ອານເຊຣີ.

ທີ່ການພົບປະຄັ້ງຕ່າງໆ, ລັດຖະມົນຕີບັນດາປະເທດ ຕ່າງກໍຢັ້ງຢືນເພີ່ມທະວີການຊຸກຍູ້ການຮ່ວມມືດ້ານການເມືອງ - ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແບ່ງປັນບົດຮຽນປະສົບການ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນການຮ່ວມມືທາງດ້ານວັກຊິນ; ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນທີ່ສຳຄັນ, ພິເສດແມ່ນສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ (ພາບ: baoquocte.vn)

ໃນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື, ໜູນຊ່ວຍ ຫວຽດນາມ ກ່ຽວກັບວັກຊິນ, ຢາປິ່ນປົວ ໂຄວິດ - 19 ແລະ ວັດຖຸອຸປະກອນການແພດ; ພ້ອມທັງປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານ; ແບ່ງປັນກ່ຽວກັບບັນຫາບັນຫາສາກົນ ເຊິ່ງສອງປະເທດມີຄວາມສົນໃຈ…

  ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ ແຈ້ງໃຫ້ຊາບວ່າ ຮຸງກາຣີ ໄດ້ປະຕິບັດສຳເລັດລະບຽບການພາຍໃນປະເທດໂດຍພື້ນຖານແລ້ວ ເພື່ອກຽມພ້ອມມອບວັກຊິນກັນພະຍາດໂຄວິດ - 19 Astra Zenecca ຈຳນວນ 400.000 ໂດສ ໃຫ້ແກ່ ຫວຽດນາມ; ພ້ອມທັງໃຫ້ຮູ້ວ່າ ຮຸງກາຣີ ຈະສືບຕໍ່ໃຫ້ບຸລິມະສິດຂາຍວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ ຫວຽດນາມ ຖ້າຫາກວ່າ ຫວຽດນາມ ມີຄວາມຕ້ອງການ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການຄ້າ, ສາທາລະນະສຸກ, ການສຶກສາ - ບຳລຸງສ້າງໃຫ້ແກ່ ຫວຽດນາມ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ຮຸງກາຣີ (ພາບ: baoquocte.vn)

        ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍ ສືບຕໍ່ຮັກສາການສຳຜັດ, ຈັດຕັ້ງກອງປະຊຸມຄະນະກຳມະການປະສົມເພື່ອຊຸກຍູ້ການຮ່ວມມືສອງຝ່າຍ; ສົມທົບກັນສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ; ສະເໜີໃຫ້ສືບຕໍ່ການສ້າງກອບນິຕິກຳກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top