• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທດ ສົ່ງ​ສານອວຍ​ພອນ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ

ເນື່ອງໃນໂອກາດທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ທ່ານນາງນາຍົກລັດຖະມົນຕີ ນິວເຊີແລນ Jacinda Ardern ໄດ້ສົ່ງສານອວຍພອນ.

ທ່ານປະທານາທິບໍດີບັນດາປະເທດຄື ອິນໂດເນເຊຍ, ສີສັງກາ, ອາແຊັກໄບຢານ, ກຽດກິສະຖານ ແລະ ຜູ້ມີອຳນາດເຕັມແຫ່ງ ນິວຊີແລນ Patsy Reddy ໄດ້ສົ່ງສານອວຍພອນທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ.

        ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີບັນດາປະເທດ ນິວຊີແລນຍ, ບູຕານ ແລະ ອາແຊັກໄບຢານ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ.

        ທ່ານປະທານສະພາຕ່ຳ ນິວຊີແລນ ແລະ ໂຮນລັງ; ປະທານສະພາຕ່ຳ ລັດເຊຍ; ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ປະທານສະພາແຫ່ງຊາດ ອົດສະຕາລີ ກໍໄດ້ສົ່ງສານອວຍພອນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top