• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາສົ່ງເສີມການຄ້າຫວຽດນາມ-ອັກຊັງຕີງ


ການໂອ້ລົມສົນທະນາ
(ພາບ:vietnam+)
      ວັນ​ທີ 5/8, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີງ ໄດ້​ສົມ​ທົບ​ກັບ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີ​ງ - ຫວຽດ​ນາມ ໄດ​້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ການ​ຄ້າ 2 ຝ່າຍ​ຢູ່​ເມືອງ Lanus, ແຂວງ Buenos Aires. ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຄື່ອນ​ໄຫວ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະ​ກິດ ອັກ​ຊັງ​ຕິງ ຫຼາຍ​ແຫ່ງ, ທ່ານ Oscar Jofre, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພັດ​ທະ​ນາ​ເສດ​ຖະ​ກິດ Lanus ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ແລກ​ປ່ຽນ​ການ​ຄ້າ ແລະ ເສດ​ຖະ​ກິດກັບ ຫວຽດ​ນາມ. ທ່ານ​ໃຫ້​ຮູ້​ວ່າ: Lanus ມ​ີ​ຄວາມ​ຕ້ອງ​ການ​​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຊ້​ສອຍ​ຂອງ ຫວຽດ​ນາມ ຄື: ເຄື່ອງ​ໄຟ​ຟ້າ, ເຄື່ອງ​ນຸ່ງ, ພ້ອມ​ທັງ​ແນະ​ນຳ​ກັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນນີ້​ຄື: ໜັງ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ໜັງ ແລະ ເຄື່ອງ​ອາ​ໄລ່​ລົດ​ໂອ​ໂຕ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ ຫງວຽນ​ທິ​ແທງ​ເວີນ, ທູ​ດ​ການ​ຄ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີງໄດ້​ສະ​ເໜີ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ ຫວຽດ​ນາມ, ກາ​ລະ​ໂອ​ກາດ​ກາ​ນ​ລົງ​ທຶນ, ຮ່ວມ​ມື, ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຕອບ​ບັນ​ດາ​ຄຳ​ຖາມ​ກ່ຽວ​ຂ້ອງ​ເ​ຖິງ​ການ​ລົງ​ທຶນ ແລະ ການ​ນຳ​ເຂົ້າ ສົ່ງ​ອອກ​ຢູ່ ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top