• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຕີບໂຕຕິດພັນກັບການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້

ບັນດານັກຊ່ຽວຊານທາງດ້ານເສດຖະກິດໄດ້ມີແຜນມາດຕະການແກ້ໄຂຫຼາຍຢ່າງເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ GDP ໃຫ້ທັງປີ ຈາກລະດັບ 3 – 4%.


ກອງປະຊຸມອອນລາຍທົ່ວປະເທດລະຫວ່າງລັດຖະບານກັບບັນດາທ້ອງຖິ່ນ

(ພາບ: VGP)


ທີ່ກອງປະຊຸມອອນລາຍທົ່ວປະເທດລະຫວ່າງລັດຖະບານກັບບັນດາທ້ອງຖິ່ນ ແລະ ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ມິຖຸນາ ແລະ  6 ເດືອນຕົ້ນປີ ເຊິ່ງຈັດຂຶ້ນໃນວັນທີ 02 ກໍລະກົດ, ຕໍ່ກັບຂໍ້ມູນຂ່າວທີ່ວ່າ ລະດັບການເຕີບໂຕໃນໄຕມາດທີ 2 ບັນລຸ 0,36%. ບັນດານັກຊ່ຽວຊານທາງດ້ານເສດຖະກິດໄດ້ມີແຜນມາດຕະການແກ້ໄຂຫຼາຍຢ່າງເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ GDP ໃຫ້ທັງປີ ຈາກລະດັບ 3 – 4%.

        ເພື່ອຮັບປະກັນການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິນັ້ນ, ຕາມທ່ານ ປອ ເລຢຸຍບິ່ງ ແລ້ວ ຕ້ອງມີການບໍລິຫານຢ່າງມີໄຫວພິບ ແລະ ມີບັນດານະໂຍບາຍ “ຜ່ອນຜັນ” ເງື່ອນໄຂ, ແກ້ໄຂບັນຫາກູ້ຢຶມທຶນໃຫ້ແກ່ວິສາຫະກິດ.

        “ໃນສະພາບປະຈຸບັນ, ເລື່ອງຮັບປະກັນບັນດາຕົວເລກໃຫ້ມີຄວາມດຸ່ນດ່ຽງໃຫຍ່ຄື ໄພເງິນເຟີ້, ດັດຊະນີຄ່າໃຊ້ສອຍ, ອັດຕາແລກປ່ຽນເງິນຕາ… ແມ່ນມີຄວາມໝາຍສຳຄັນທີ່ສຸດ. ນີ້ແມ່ນບັນດາພື້ນຖານເພື່ອໃຫ້ພວກເຮົາມີບັນດາບາດກ້າວບຸກທະລຸໃນໄລຍະຕໍ່ໆໄປ. ສະນັ້ນ, ບັນດາມາດຕະການແກ້ໄຂຈະກ່ຽວຂ້ອງເຖິງການບໍລິຫານນະໂຍບາຍເງິນຕາ, ດອກເບ້ຍ, ນະໂຍບາຍປີການເງິນ… ຂອງບັນດາກະຊວງ, ຂະແໜງການໃນໄລຍະຈະມາເຖິງ ແຕ່ກໍ່ຕ້ອງຮັບປະກັນໄດ້ບັນດາດັດຊະນີກ່ຽວກັບໄພເງິນເຟີ້, ກ່ຽວກັບຄວາມດຸ່ນດ່ຽງທາງດ້ານເສດຖະກິດມະຫາພາກ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top