• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໄຊະຊະ ດ້ຽນບຽນຝູ

      ຕອນຄ່ຳວັນທີ 06 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1 (ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ) ຄະນະຊາວໜຸ່ມແຂວງ ດ້ຽນບຽນ ໄດ້ດຳເນີນພິທີຖະຫວາຍທູບທຽນລະນຶກເຖິງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ
ພິທີຖະຫວາຍຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1
(ພາບ: TTXVN)
      ຢູ່ຫວຽດນາມ ພວມດຳເນີນການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໄຊະຊະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2021). ຕອນຄ່ຳວັນທີ 06 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ A1 (ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ) ຄະນະຊາວໜຸ່ມແຂວງ ດ້ຽນບຽນ ໄດ້ດຳເນີນພິທີຖະຫວາຍທູບທຽນລະນຶກເຖິງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໄຊະຊະ ດ້ຽນບຽນຝູ.
        ວັນທີ 06 ພຶດສະພາ, ຢູ່ແຂວງ ເຊີນລາ, ຄະນະກຳມະການປະຊາຊົນເມືອງ ຟູອຽນ ໄດ້ຈັດພິທີເປີດສະຫຼອງໄລຍະທີ 1 ກິດຈະກຳບູລະນະປະຕິສັງຂອນ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານປະຫວັດສາດຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ ຢູ່ເຂດປ່າບ້ານ ຫຍອດ, ກິດຈະກຳ ຫໍບູຊາພົນເອກ ຫວໍງວຽນຢ໊າບ ແລະ ກອງທະຫານປົດປ່ອຍໃນບັ້ນເຄື່ອນທັບຈາກເມືອງ ເງັ້າຍໂລະ (ອຽນບ໊າຍ) ໄປແຂວງ ດ້ຽນບຽນ ເພື່ອຕໍ່ສູ້ຍາດໄດ້ໄຊຊະນະ ດ້ຽນບຽນຝູ ນີ້, ອັນໄດ້ສ້າງຂີດໝາຍປະຫວັດສາດອັນສະງ່າລາສີຂອງຊາດຫວຽດນາມ.
        ກໍ່ເນື່ອງໃນໂອກາດນີ້, ຢູ່ນະຄອນ ດ້ຽນບຽນ ໄດ້ກໍ່ສ້າງພາບ Panorama ທີ່ມີຂອບຂະໜາດໃຫຍ່ສຳເລັດ ເຊິ່ງໄດ້ວາດພາບຫວນຄືນບັ້ນຮົບ ດ້ຽນບຽນຝູ ຢ່າງຄົບຊຸດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top