• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ 74 ປີແຫ່ງວັນຊາດຫວຽດນາມ

      ຕອນເຊົ້າວັນທີ 2 ກັນຍາ, ຊາວນະຄອນຫລວງ ຮ່າໂນ້ຍໄດ້ພາກັນເຕົ້າໂຮມຢູ່ ຫນອງ ຮ່ວານກຽມ ເພື່ອຊູບອາກາດປອດໂປ່ງ ແລະ ເຊື່ອມຕົວກັບບັນຍາກາດຂອງວັນສຳຄັນຂອງປະເທດຊາດ ນັ້ນແມ່ນວັນສະຖາປະນາປະເທດ ຫວຽດນາມ.

ລາຍການສິລະປະສະເຫລີມສະຫລອງວັນຊາດຫວຽດນາມ  ຈັດຂຶ້ນຢູ່ ຮ່າໂນ້ຍ
ພາບ:anninhthudo.vn
      ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ ເມືອງ ເລ້ຖູຍ ແຂວງ ກວ໋າງບີງ ແລະ ຢູ່ ແມ່ນ້ຳ ເຮືອງ ນະຄອນ ເຫ້ວ ກໍ່ໄດ້ຈັດການຊ່ວງເຮືອ ໂດຍມີການເຂົ້າຮ່ວມຂອງຊາວທ້ອງຖິ່ນເປັນຈຳນວນຫລວງຫລາຍ.
ສ່ວນຢູ່ ນະຄອນ ດາຫນັງ, ບັນດາບ່ອນລະຫລິ້ນບັນເທິງ ຢູ່ນະຄອນ ໄດ້ຈັດຕັ້ງລາຍການຕ່າງໆເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ຕາມການສະຖິຕິຈາກບັນດາບໍລິສັດທ່ອງທ່ຽວແລ້ວ, ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມນະຄອນໃນໂອກາດວັນຊາດປີນີ້ ແມ່ນເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ມື້ທຳມະດາ.
ແລະໃນວັນດຽວກັນ ຄະນະກຳມະການປະຊາຊົນ ແຂວງ ລອງອານ ໄດ້ຈັດຕັ້ງພິທີໄຂງານວາງສະແດງ “ ລອງອານ - 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິນມີນ.
ກ່ອນຫນ້ານັ້ນ ຕອນຄ່ຳວັນທີ 1 ກັນຍາຢູ່ ສະຫນາມຫລວງ 7/5 ນະຄອນ ດ້ຽນບຽນ ໄດ້ດຳເນີນລາຍການສິລະປະ ຍ້ອງຍໍຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະທານໂຮ່ຈິມີນ, ຄວາມຮັກຕໍ່ບ້ານເກີດເມືອງນອນປະເທດຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອອັນສະຫງ່າລາສີຂອງຊາດ ແລະ ຄວາມເຊື່ອໝັ້ນຕໍ່ພາລະກິດປ່ຽນແປງໃຫມ່ຂອງປະເທດຊາດ.    
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top