• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆຕ້ອນຮັບບຸນໄຫວ້ພະຈັນດຳເນີນຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ

      ຕອນຄ່ຳວັນທີ 30 ກັນຍາ ຢູ່ສູນພົວພັນແລກປ່ຽນວັດທະນະທຳຄຸ້ມເມືອງເກົ່າ ຮ່າໂນ້ຍ, ຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໄດ້ໄຂບັນດາການເຄື່ອນໄຫວວັດທະນະທຳບຸນໄຫວ້ພະຈັນປີ 2017.

ບັນຍາກາດຕ້ອນຮັບບຸນໄຫວ້ພະຈັນຢູ່ຖະຫນົນສາຍຕ່າງໆຢູ່ຮ່າໂນ້ຍ
ພາບ:TTVH
      ຢູ່ ສາລາບ້ານ ດົ່ງລາກ ເຮືອນເລກທີ 38 ຖະຫນົນ ຮ່າງດາວ, ວິຫານ ກວານເດ ຢູ່ ຖະຫນົນຮ່າງບວມ ແລະ ຢູ່ ສາລາບ້ານ ກີມເງິນ ຢູ່ ຖະຫນົນ ຮ່າງບາກ, ບັນດານັກສິລະປະການ ໄດ້ແນະນຳວິທີເຮັດເຄື່ອງລະຫລິ້ນພື້ນເມືອງ. ທ່ານນາງ ເຈີນຖູຍລານ, ຮອງຫົວຫນ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍ ໃຫ້ຮູ້ວ່າ:
        “ບຸນໄຫວ້ພະຈັນແມ່ນການເຄື່ອນໄຫວດ້ານວັດທະນະທຳ ດຳເນີນໄປປະຈຳປີ. ປີນີ້ ພວກຂ້າພະເຈົ້າໄດ້ສົມທົບກັບບັນດານັກສິລະປະການໝູ່ບ້ານອາຊີບ ເພື່ອຈັດຕັ້ງບຸນໄຫວ້ພະຈັນຢູ່ບັນດາເຂດປູຊະນີຍະສະຖານ. ຜ່ານການເຄື່ອນໄຫວວັດທະນະທຳນີ້ ພວກຂ້າພະເຈົ້າມີຄວາມປາດຖະຫນາຢາກປະກອບສ່ວນຫນຶ່ງເຂົ້າໃນການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ ພ້ອມທັງສ້າງໂອກາດໃຫ້ພວກນ້ອງນ້ອຍມີຄວາມເຂົ້າໃຈກ່ຽວກັບຄວາມໝາຍຂອງບຸນໄຫວ້ພະຈັນກວ່າອີກ.”
ໃນວັນດຽວກັນຢູ່ ນະຄອນ ແຣກຢາ ແຂວງ ກຽນຢາງ ໄດ້ດຳເນີນວັນບຸນໄຫວ້ພະຈັນປີ 2017 ໂດຍມີການເຂົ້າຮ່ວມຂອງເດັກນ້ອຍທຸກຍາກ 900 ຄົນ. ນະທີ່ນີ້ ພວກນ້ອງໄດ້ຮັບຊົມລາຍການສະແດງສິລະປະ, ຮັບຟັງຈົດໝາຍຂອງທ່ານປະທານປະເທດ ເຈີນດ້າຍກວາງ ເນື່ອງໃນໂອກາດບຸນໄຫວ້ພະຈັນ ແລະ ໄດ້ຮັບຂອງຂວັນຕື່ມອີກ. 
 (ແຫຼ່ງຄັດຈາກ VOV)
 

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top