• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 70ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ

      ຕອນເຊົ້າວັນທີ 21 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດເຊິ່ງເປັນທະຫານເສຍອົງຄະ, ຄົນພິການດີເດັ່ນ.

ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນວິສາຫະກິດ, ນັກທຸລະກິດ
ເຊິ່ງເປັນທະຫານເສຍອົງຄະ, ຄົນພິການດີເດັ່ນ
(ພາບ: hcmcpv.org.vn)
      ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ປາດຖະໜາວ່າ, ບັນດານັກທຸລະກິດເຊິ່ງເປັນທະຫານເສຍອົງຄະ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດຂອງຊາດ, ສຶກສາລຸ້ນລູກລຸ້ນຫຼານຮ່ຳຮຽນ, ປະຕິວັດວຽກງານເປັນຢ່າງດີ, ປະກອບສ່ວນສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີ, ສວຍງາມ.
        ຕອນເຊົ້າວັນທີ 21 ກໍລະກົດ, ທ່ານ ເຈີ່ນແທງເມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສູງລ້ຽງດູທະຫານເສຍອົງຄະ ແລະ ປິ່ນປົ່ວຜູ້ມີຄຸນງາມຄວາມດີແຂວງຮ່ານາມ.
        ແລະກໍ່ໃນຕອນເຊົ້າວັນທີ 21 ກໍລະກົດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດງານພົບປະກັບບັນດາພະນັກງານ, ພາລະກອນ, ລັດຖະກອນເຊິ່ງແມ່ນທະຫານເສຍອົງຄະ, ຍາດຕິພີ່ນ້ອງບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ. ທີ່ການພົບປະ, ທ່ານ ວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ, ໃນຊຸນປີຜ່ານມາ, ຍາມໃດ VOV ກໍ່ເອົາໃຈໃສ່ເຖິງວຽກງານຕອບບຸນແທນຄຸນ ດ້ວຍບັນດາວຽກງານແທດຈິງຄື: ເບິ່ງແຍງດູແລຊີວິດຂອງພະນັກງານເຊິ່ງເປັນທະຫານເສຍອົງຄະ, ຍາດຕິພີນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ເຂົ້າຮ່ວມການສະໜັບສະໜູນກອງທຶນຕອບບຸນແທນຄຸນ…
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top