• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຢ້ຽມຢາມຈີນຂອງເລຂາທິການໃຫຍ່ພັກກອມມູນິດຫວຽດນາມຫງວຽນຟູ້ຈ້ອງ


ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ

      ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ສ.ປ.ຊ ຈີນ​ຢ່າງ​ເປັນທາງ​ການ, ຕອນ​ເຊົ້າ 13/1, ຢູ່​ຫໍ​ປະ​ຊຸມ​ໃຫຍ່ແຫ່ງ​ຊາດ​ຈີນທີ່​ປັກ​ກິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ພົບ​ປະ​ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ, ຕັ້ງ​ໜ້າ​ຄົ້​ນ​ຄ້​ວາ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື ເຊື່ອມ​ຕໍ່​ໃນ​ຂອບ​ເຂດ “ 2 ແລວ, 1 ຂອບ​ອ້ອມ” ແລະ “ 1 ຂອບ​ອ້ອມ, ເສັ້ນ​ທາງ​ດຽວ” ; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ “ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ​ຮ່ວມ​ມື​ຜະ​ລິດ​ລະ​ຫວ່າງ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ກັບ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ;  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ແລະ ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຫຼີ​ເຄີ​ຊຽງໄດ້​ໄດ້​ເຫັນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ການ​ຄ້າ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່ການ​ຮ່ວມ​ມື​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ສົ່ງ​ເສີມ​ບັນ​ດາ​ທ້ອງ​ຖິ່ນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. 2 ຝ່າຍ​ຍັງ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຄຸ້ມ​ຄອງ ແລະ ນຳ​ໃຊ້​ແຫຼ່ງ​ນ້ຳ​ໃນ​ແມ່​ນ້ຳ​ຂອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ. ສະ​ໜັບ​ສະ​ໜູນ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ໃນ​ອາ​ຊຽນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແກ່ນ​ກາງ​ຂອງ​ອາ​ຊຽນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ແລະ ອາ​ຊຽນ.
      ຕອນ​ບ່າຍ​ວັນ​ທີ 13/1, ທີ່​ຫໍ​ປະ​ຊຸມໃຫຍ່​ແຫ່ງ​ຊາດ​ຈີນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັ​ກກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ພົບ​ປະ​ກັບ​ທ່ານ ຈ​າງ​ເຕືອ​ແຈງ, ປະ​ທານ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢັ້ງ​ຢືນ​ວ່າ: ສະ​ພາ​​ຜູ້​ແທນ​ປະ​ຊາ​ຊົນແຫ່ງ​ຊາດ ຈີນ ແລະ ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອງ​ຍູ້​ແຮງ​ການ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ວຽກ​ງານ​ນິ​ຕິ​ບັນ​ຍັດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວຽກ​ງານ​ຕິດ​ຕາມກວດ​ກາ​ດີ​ກ່​ວາ​ອີກ, ກ​ະ​ຕຸກ​ຊຸກ​ຍູ້​ລັດ​ຖະ​ບານ 2 ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ, ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຜັນ​ຂະ​ຫຍາຍ​ບັນ​ດາ​ສັນ​ຍາ ແລະ ຂໍ​້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​, ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ…
        ສ່ວນ​ທ່ານ​ປະ​ທານ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ ຈ​າງ​ເຕືອ​ແຈງ ຢັ້ງ​ຢືນ​ວ່າ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​​ ຈີນ ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ຕັ້ງ​ໜ້າ​ຂອງ​ການ​ພົວ​ພ​ັ​ນ 2 ປະ​ເທດ, ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ວມ​ມື​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃນ​ດ້ານ​ການ​ເມືອງ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ ປະ​ຊາ​ຊົນ 2 ປະ​ເທດ​ໃນ​ໄລ​ຍະ​ຈະມາ​ເຖິງ.
   ກໍ່​ໃນ​ຕອນ​ບ່າ​ຍ​ວັນ​ທີ  13/1, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ພົບ​ປະ​ກັບ​ກຳ​ມະ​ການ​ຜູ້​ປະ​ຈຳ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ກຳ​ມະ​ການກວດ​ກາ​​ປະ​ຕິ​ບັດ​ວິ​ໄນ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຈີນ ຫວ​າງ​ຈີຊານ.
     ໃນ​ຕອນ​ເຊົ້​າ​ຂອງວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ທະ​ນາ​ຄານ​ລົງ​ທຶນ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຈິນ​ລີ​ຈີ້ນ ແລະ ປະ​ທານ​ກຸ່ມ​ບໍ​ລິ​ສັດ Sunwah ໂຢ​ນາ​ທານ​ຈອຍ. ທີ່​ການ​ຕ້ອນ​ຮັບ ທ່ານ​ປະ​ທານ​ທະ​ນາ​ຄານ​​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຈິນ​ລີ​ຈີ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ທະ​ນາ​ຄານ​​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ເອົາ​ໃຈ​ໃສ່​ຮ່ວມ​ມື​ຊ່ວຍ​ເຫຼືອ​ຫວຽດ​ນາມ. ສ່ວນ ທ່ານ​ປະ​ທານ​ທະ​ນາ​ຄານ​ລົງ​ທຶນ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຈິນ​ລີ​ຈີ້ນ ຢື​ນ​ຢັນ​ວ່າ  ທາງ​ທະ​ນາ​ຄານຈະ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ​ກັບ​ຫວຽດ​ນາມເພື່ອ​ກຳ​ນົດ​ບັນ​ດາ​ໂຄງ​ການ​ລະ​ອຽດ, ພ້ອມ​ກັນ​ນັ້ນ ກໍ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ໃນ​ຂົງ​ເຂດນີ້​ຢູ່​ຫວຽດ​ນາມ​ບັນ​ລຸ​ໝາກ​ຜົນ​ດີ.
       ໃນ​ຂອບ​ເຂດການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຈີນ​ຂອງຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ​ນຳ​ໂດຍທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ, ວັນ​ທີ 13/1, ຢູ່​ປັກ​ກ​ິງ, ທ່ານ​ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຈີນ ກົວ​ຈີນ​ຄຸນ ແລະ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຈີນ, ປະ​ທານ​ອົງ​ການ Interpol ເມິງ​ຂຸງອວຍ .
      2 ຝ່າຍ​ໄດ້​ເຫັນ​ດີ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມືໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃຫ້​ເຂົ​້າ​ສູ່​ຕົວ​ຈິງ, ມ​ີ​ປະ​ສິດ​ທິ​ຜົນ, ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ເພີ່ມ​ທະ​ວີ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ກໍ່​ສ້າງ​ພະ​ນັກ​ງານ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງປະ​ຊາ​ຊົນ 2 ປະ​ເທດ​ເມື່ອ​ເຂົ້າ​ມາ​ດຳ​ລົງ​ຊີ​ວິດ, ທຳ​ມາ​ຄ້າ​ຂາຍ, ຮ່ຳ​ຮຽນ​ຢູ່​ປະ​ເທດ​ຂອງ​ກັນ. 2 ຝ່າຍ​ຢືນ​ຢັນ ຈະ​ບໍ່​ປະ​ໃຫ້​ສ່ວນ​ບຸກ​ຄົນ, ອົງ​ການ​ໃດ​ສວຍ​ໃຊ້​ດິນ​ແດນ​ຂອງປະ​ເທດນີ້ ເພື່ອ​ທຳ​ລາຍ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ກັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top