• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການປຶກສາຫາລືລວມລະຫວ່າງອົງການກຳມະບານສາກົນພາກພື້ນອາຊີປາຊີຟິກ ແລະ ຫວຽດນາມ, ລາວ

      ສະຫະພັນໃຫຍ່ແຮງງາມ ຫວຽດນາມ ແລະ ອົງການກຳມະບານໃຫຍ່ສາກົນພາກພື້ນ ອາຊີ - ປາຊີຟິກ ແລະ ສະຫະພັນກຳມະບານ ລາວ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືຮ່ວມຄັ້ງທີ 6 ໃນວັນທີ 28 ກັນຍາ ຢູ່ແຂວງ ນິງບີງ. 

ການປຶກສາຫາລືລວມລະຫວ່າງອົງການກຳມະບານສາກົນພາກພື້ນອາຊີປາຊີຟິກ ແລະ ຫວຽດນາມ, ລາວ (ພາບ: TTXVN)
      ກອງປະຊຸມແມ່ນໂອກາດເພື່ອໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສະຫະພັນກຳມະບານ ລາວ ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນກັບກຳມະບານໃຫຍ່ສາກົນພາກພື້ນ ອາຊີ - ປາຊີຟິກ ບັນດາຂົງເຂດທີ່ມີຄວາມສົນໃຈ ເພື່ອເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນກ່ວາ. ທີ່ກອງປະຊຸມ, ບັນດາຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຄື: ຂໍ້ມູນກ່ຽວກັບການເຄື່ອນໄຫວຂອງກຳມະບານຢູ່ບັນດາປະເທດ; ການແບ່ງປັນບົດຮຽນໃນການເຄື່ອນໄຫວກຳມະບານ; ແລກປ່ຽນບັນດາບັນຫາ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈທີ່ກ່ຽວຂ້ອງເຖິງການເຄື່ອນໄຫວກຳມະບານ; ການຄົ້ນຄວ້າ, ສະເໜີບັນດາມາດຕະການຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງກຳມະບານ.
 (ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top