• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການບໍລິຈາກເງິນສະໜັບສະໜູນປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດ

      ດ້ວຍນ້ຳໃຈອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນ້ຳໃຈຮັກແພງປະເທດຊາດ ແລະ ຊາວ ຫວຽດນາມ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ພ້ອມກັບບໍລິສັດ ສ. ເກົາຫຼີ 2 ແຫ່ງດັ່ງກ່າວໄດ້ຕັດສິນໃຈຊ່ວຍເຫຼືອປະຊາຊົນບັນດາແຂວງ ຖືກຜົນສະທ້ອນຈາກໄພພິບັດທຳມະຊາດຢູ່ພາກເໜືອ ຫວຽດນາມ
ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ສ. ເກົາຫຼີ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຮັບການຊ່ວຍເຫຼືອຈາກສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ແລະ ບໍລິສັດ 2 ແຫ່ງຂອງ ສ. ເກົາຫຼີ ແມ່ນ: ບໍລິສັດ Panko Vina ແລະ Panko Tam Thang, ສະໜັບສະໜູນຊ່ວຍເຫຼືອປະຊາຊົນບັນດາທ້ອງຖິ່ນຖືກຜົນສະທ້ອນຈາກໄພພິບັດທຳມະຊາດ. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍນ້ຳໃຈອຸ້ມສູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ນ້ຳໃຈຮັກແພງປະເທດຊາດ ແລະ ຊາວ ຫວຽດນາມ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ພ້ອມກັບບໍລິສັດ ສ. ເກົາຫຼີ 2 ແຫ່ງດັ່ງກ່າວໄດ້ຕັດສິນໃຈຊ່ວຍເຫຼືອປະຊາຊົນບັນດາແຂວງ ຖືກຜົນສະທ້ອນຈາກໄພພິບັດທຳມະຊາດຢູ່ພາກເໜືອ ຫວຽດນາມ. ລະອຽດຄື, ບໍລິສັດ Panko Vina ຊ່ວຍເຫຼືອເງິນ 500 ລ້ານດົ່ງ, ບໍລິສັດ Panko Tam Thang ຊ່ວຍເຫຼືອເສື້ອຢືດ 100.000 ຜືນ. ທ່ານ Choi Young Joo, ປະທານສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ຫວັງວ່າ, ເຄື່ອງບັນເທົາທຸກດັ່ງກ່າວຈະປະກອບສ່ວນລະດົມກຳລັງໃຈປະຊາຊົນເຂດຖືກຜົນສະທ້ອນຈາກໄພພິບັດທຳມະຊາດຜ່ານຜ່າຄວາມທຸກຍາກ, ແກ້ໄຂຜົນຮ້າຍຢ້ອນຫຼັງ ເພື່ອຊ່ວຍນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິ ໂດຍໄວ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top