• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳຫຼາຍປະເທດ,ນັກຊ່ຽວຊານຫຼາຍທ່ານແລະສື່ມວນຊົນສາກົນໄດ້ຍ້ອງຍໍບົດບາດນຳພາຂອງພັກກອມມູນິດຫວຽດນາມ

      ກອງປະຊຸມໃຫຍ່ຂອງພັກຍາມໃດກໍ່ແມ່ນເຫດການສຳຄັນຍິ່ງໃນການດຳເນີນຊີວິດຂອງພັກ
(ພາບປະກອບ: dangcongsan.vn)
      ວັນທີ 22 ມັງກອນ, ເວັບໄຊທາງການຂອງພັກກອມມູນິດສະຫະພັນລັດເຊຍ (KPRF) ໄດ້ເອົາເນື້ອໃນຈົດໝາຍອວຍພອນຂອງທ່ານ Gennady Ziuganov, ປະທານ KPRF ທີ່ສົ່ງເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ລົງໃນເວັບໄຊ. ໃນຈົດໝາຍ, ການນຳ KPRF ເນັ້ນໜັກວ່າ, ກອງປະຊຸມໃຫຍ່ຂອງພັກຍາມໃດກໍ່ແມ່ນເຫດການສຳຄັນຍິ່ງໃນການດຳເນີນຊີວິດຂອງພັກ, ກອງປະຊຸມໃຫຍ່ຈະກຳນົດເປົ້າໝາຍຍຸດທະສາດຂອງພັກຮອດປີ 2030 - ຂີດໝາຍສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ກໍຄືການກຳນົດແນວທາງພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຮອດປີ 2045, ຂີດໝາຍ 100 ປີແຫ່ງວັນສ້າງຕັ້ງປະເທດຫວຽດນາມ.
        ຕາມທ່ານ Vladimir Buyanov, ປະທານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ແລ້ວ, ເນື້ອໃນຮ່າງເອກະສານຂອງກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈຂອງບັນດານັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ທຸກທົ່ວໜ້າສືບຕໍ່ເດີນຕາມເສັ້ນທາງປ່ຽນແປງໃໝ່ຢ່າງຮອບດ້ານ ມຸ່ງໄປເຖິງອະນາຄົດ, ສ້າງຫວຽດນາມ ໃຫ້ກາຍເປັນປະເທດມີວັດທະນາຖາວອນ ແລະ ພັດທະນາຂອງຜູ້ມີຄວາມຜາສຸກຢ່າງແທ້ຈິງ.
        ນັກເສດຖະກິດວິທະຍາ Edward Teather ສັງກັດບໍລິສັດໄຈ້ແຍກ UBS Research ໄດ້ແບ່ງປັນໃນເວັບໄຊ CNBC ວ່າ: “ຫວຽດນາມ ພວມໄດ້ຮັບຜົນເສຍຫາຍຈາກການກະທົບຂອງໂລກລະບາດໂຄວິດ-19 ແຕ່ຍັງແມ່ນປະເທດທີ່ພົ້ນເດັ່ນທີ່ສຸດຢູ່ພາກພື້ນ. ຫວຽດນາມ ພວມພັດທະນາ ແລະ ມີທີ່ຕັ້ງທີ່ດີເພື່ອສືບຕໍ່ກວມເອົາພາກສ່ວນໃນຂົງເຂດສົ່ງອອກທົ່ວໂລກໃນອະນາຄົດ. ຍ້ອນເຫດນັ້ນ, ແງ່ຫວັງແມ່ນໃສແຈ້ງດີເມື່ອທຽບໃສ່ພື້ນຖານລວມຂອງພາກພື້ນ”.
        ໜັງສືພິມ Sunday Times ຂອງສິງກະໂປ ກໍ່ໄດ້ລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ, ຫວຽດນາມ ພວມກະກຽມໃຫ້ແກ່ເຫດການການເມືອງສຳຄັນ ໃນເງື່ອນໄຂສະດວກເຊິ່ງບໍ່ມີປະເທດໃດໃນໂລກສາມາດເຮັດໄດ້. ບັນດາເງື່ອນໄຂສະດວກລວມມີສະພາບການຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ, ໃນຂະນະທີ່ລະດັບການເຕີບໂຕເສດຖະກິດໄດ້ຮັບການຄາດຄະເນວ່າ “ພັດທະນາໄວ” ກວ່າບັນດາປະເທດຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top