• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳລາວຕີລາຄາສູງການຊ່ວຍເຫຼືອຂອງອົງການກວດສອບ ຫວຽດນາມ


ທ່ານ​ນາຍົກລັດຖະມົນຕີ​ ລາວ ທອງ​ລຸນ ສີ​ສຸ​ລິດ
ຕ້ອນຮັບ ທ່ານ ​ໂຮ່​ດຶກ​ເຟີ໋ກ
(ພາບ: TTXVN)

      ວັນ​ທີ 05/04, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫວຽດນາມ ​ໂດຍ​ທ່ານ ​ໂຮ່​ດຶກ​ເຟີ໋ກ, ຫົວ​ໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ເປັນ​ຫົວໜ້າ​ຄະນະ ມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ​ ລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາ​ດ ລາວ ປານີ ຢາ​ທໍ່​ຕູ້. ທີ່​ການ​ພົບ​ປະ, ​ທ່ານ ​ໂຮ​ດຶກ​ເຟີ໋ກ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ສ​້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ອົງການ​ກວດ​ສອບ 2 ຝ່າຍ​ຮັດ​ແໜ້ນ​ການ​ພົວພັນ, ສົມ​ກັບ​ສາຍ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ ​ໂຮ່​ດຶກ​ເຟີ໋ກ ຢືນຢັນ​ວ່າ ອົງການ​ກວດ​ສອບ​ແຫ່ງລັດ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ອົງການ​ກວດ​ສອບ​ແຫ່ງ​ລັດ ລາວ​ໃນ​ການບູລະນະ​ລະບອບ​ລະບຽບ​ການ, ການຈັດ​ຕັ້ງ​ກົງຈັກ​, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ກວດ​ສອບ​ຂອງ ລາວ; ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ 2 ປະ​ເທດ ຫວຽດນາມ - ລາວ ອ້າຍ​ນ້ອງ.

ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້
ຕ້ອນຮັບ ທ່ານ ​ໂຮ່​ດຶກ​ເຟີ໋ກ
(ພາບ: TTXVN)
        ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາງ​ປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້ ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດ​ສອບ ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ອົງການ​ກວດ​ສ​ອບ ລາວ ກ່ວາ​ອີກ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ອົງການ​ກວດ​ສອບ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ ລາວ - ຫວຽດນາມ ອ້າຍ​ນ້ອງ​ເວົ້າ​ລວມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top