• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳລັດ ແລະ ລັດຖະບານຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez

ຕອນບ່າຍວັນທີ 12ມີຖຸນາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງກໍໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez ພວມຢ້ຽມຢາມຫວຽດນາມ
ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ແລະ ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez      
      ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງຢືນຢັນຄວາມຕັດສິນໃຈສະໜັບສະໜູນ ແລະ ເພີ່ມທະວີສາຍພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ຖືວ່າ ການການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ 2 ຝ່າຍລະຫວ່າງ 2 ປະເທດເຖິງວ່າ ຍັງດີພໍສົມຄວນກໍຕາມ ແຕ່ 2 ປະເທດມີທ່າແຮງບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນຮັບໃຊ້ກິດຈະການພັດທະນາຢູ່ແຕ່ລະປະເທດ. 2 ຝ່າຍຄວນຮັກສາການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ.
 
 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez
          ແລະ ກໍໃນຕອນບ່າຍວັນທີ 12ມີຖຸນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດກູບາ Esteban Lazo Hernandez ພວມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຊີ້ແຈ້ງວ່າ ຫວຽດນາມສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ການພົວພັນຮ່ວມມື 2 ຝ່າຍ. ຫວຽດນາມໝັ້ນໝາຍຈະສະໜອງເຂົ້າສານຍາວນານໃຫ້ແກ່ກູບາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ 2 ຝ່າຍຄວນຮັກສາການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ສາກົນ. ໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ 2 ປະເທດສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
   ສ່ວນທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ມີຄວາມຫວັງຢາກຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າລະຫວ່າງ 2 ປະເທດໃຫ້ທັດທຽມກັບລະດັບການພົວພັນທາງດ້ານການເມືອງໃນປະຈຸບັນ. ກູບາພວມສ້າງລະບອບກົດໝາຍກ່ຽວກັບເສດຖະກິດ, ການລົງທຶນໃຫ້ສົມບູນແບບເພື່ອດຶງດູດບັນດານັກລົງທຶນ, ວິສາຫະກິດຫວຽດນາມເຂົ້າມາລົງທຶນ, ທຳມາຄ້າຂາຍຢູ່ກູບາ. 
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top