• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຫວຽດນາມອວຍພອນ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

      ຕອນບ່າຍວັນທີ 19 ມີນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານຫງວຽນບ໊າຮຸ່ງເອກອັກຄະລັດຖະທູດຫວຽດນາມປະຈຳລາວໄດ້ນຳໜ້າຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມປະຈຳລາວແລະຜູ້ຕາງໜ້າບັນດາອົງການຫວຽດນາມປະຈຳລາວໄປສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວເພື່ອອວຍພອນ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2020.)

ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວໃຫ້ການຕ້ອນຮັບທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ
      ການຕ້ອນຮັບມີການເຂົ້າຮ່ວມຂອງທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວແລະບັນດາການນຳຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດເປັນກຽດໄດ້ສົ່ງໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ບັນດາຊໍ່ດອກໄມ້ຂອງທ່ານຫງວຽນຝູຈ້ອງ, ເລຂາທິການໃຫຍ່ປະທານປະເທດຫວຽດນາມເຖິງທ່ານບຸນຍັງວໍລະຈິດເລຂາທິການໃຫຍ່ປະທານປະເທດລາວ, ທ່ານຄຳໄຕສີພັນດອນອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດລາວ; ທ່ານຈູມມາລີ ໄຊຍະສອນອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ.
            ທີ່ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກໃຫ້ຮູ້ວ່າພັກ, ລັດແລະປະຊາຊົນລາວໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງແລະຮັດແໜ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ, ຊ່ວຍໃຫ້ການພົວພັນນີ້ນັບມື້ນັບສະໜິດຕິດພັນ, ມີປະສິດທິຜົນແລະນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນຂອງທັງສອງປະເທດ.
            ສ່ວນທ່ານຫງວຽນບ໊າຮູ່ງໄດ້ຢັ້ງຢືນວ່າຫວຽດນາມມີຄວາມສະເໜີຕົ້ນສະເໝີປາຍ, ຍາມໃດກໍ່ຖືເປັນສຳຄັນແລະຢຶດໝັ້ນຕໍ່ການຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top