• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບ ທ່ານເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ

      ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 13 ພະຈິກ, ທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເຂົ້າຄຳ່ນັບສຸສານປະທານ ໂຮ່ຈີມິນ.

ທ່ານ ສີຈີ້ນຜິງ ແລະ ທ່ານ ຫງວຽນຟູ໋ຈ້ອງ
      ວັນທີ 13 ພະຈິກ 2017, ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມກັບທ່ານເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ ແລກປ່ຽນກ່ຽວກັບນ້ຳໃຈສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານ ໝາຍເຈື໋ອຕູງ, ພ້ອມກັບບັນດານ້ຳໃຈສະໜິດຕິດພັນລະຫວ່າງປະທານ ໂຮ່ຈີມິນ ແລະ ປະຊາຊົນ ຈີນ. ທ່ານເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ ສະແດງຄວາມເຄົາລົບນັບຖືແບບແຜນການດຳລົງຊີວິດທີ່ລຽງງ່າຍ, ສະໜິດສະໜົມ, ສຸດຈິດສຸດໃຈເພື່ອປະຊາຊົນຂອງປະທານໂຮ່ຈີມິນ.
        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 13 ພະຈິກ, ທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເຂົ້າຄຳ່ນັບສຸສານປະທານ ໂຮ່ຈີມິນ.

ທ່ານ ສີຈີ້ນຜິງ ແລະ ທ່ານ ເຈີ່ນດ້າຍກວາງ
      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຈລະຈາກັບທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ ເລື່ອງພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຍາວນານ ແລະ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ ຈີນ ພ້ອມກັບ ອາຊຽນ ສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ, ມີປະສິດທິຜົນ, ດຳເນີນການເຈລະຈາແທດຈິງເພື່ອສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີຜົນສັກສິດ ແລະ ປະສິດທິຜົນ.
        ສ່ວນທ່ານ ເລຂາທິການໃຫຍ່,ປະທານປະເທດ ຈີນ ສີຈີ້ນຜິງ ຕີລາຄາສູງ ວຽກງານຈັດຕັ້ງກອງປະຊຸມ APEC ຂອງ ຫວຽດນາມ ແລະຊົມເຊີຍຜົນສຳເລັດຂອງກອງປະຊຸມຂັ້ນສູງ APEC 2017, ໄດ້ຍົກສູງບົດບາດ, ຜົນສະທ້ອນ ແລະ ທີ່ຕັ້ງສາກົນຂອງ ຫວຽດນາມ, ປັບປຸງທັດສະນະພັດທະນາຂອງພາກພື້ນ ອາຊີ - ປາຊີຟີກ, ປະກອບສ່ວນເພີ່ມພູນຄູນສ້າງອະນາຄົດລວມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top