• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

ວັນທີ 14 ສິງຫາ, ທ່ານ ເລແທງລຽມ ຮອງປະທານປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈິມິນ, ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນພະນັກງານ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສປປ.ລາວ, ນຳໂດຍທ່ານ ສູນດາລາ ສຸລິອຸດົງ ຮອງລັດຖະມົນຕີ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ.


ການນຳນະຄອນໂຮ່ຈິມິນຕ້ອບຮັບຄະນະຜູ້ແທນພະນັກງານກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ

(ພາບ: hcmcpv.org.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ສູນດາລາ ສຸລິອຸດົງ ໃຫ້ຮູ້ວ່າ: ຄະນະພະນັກງານຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີລາວ ມາເຮັດວຽກຢູ່ຫວຽດນາມ ແລະ ມາຢ້ຽມຢາມນະຄອນ ໂຮ່ຈິມິນ ເພື່ອແນໃສ່ຊອກຮູ້, ຮ່ຳຮຽນເອົາບົດຮຽນ ກ່ຽວກັບບັນດານະໂຍບາຍ ຊຸກຍູ້ ການພັດທະນາວິທະຍາສາດ - ເຕັກໂນໂລຢີ ແລະ ໃນຂົງເຂດຊັບສິນທາງປັນຍາ, ເຊິ່ງ ນະຄອນ ໂຮ່ຈິມິນ ແມ່ນໜຶ່ງໃນບັນດາທ້ອງຖີ່ນນຳໜ້າຂອງ ຫວຽດນາມ. ທ່ານ ສູນດາລາ ສຸລິອຸດົງ ສະແດງຄວາມມຸ່ງມາດປາຖະໜາວ່າ ໃນໄລຍະທີ່ຈະມາເຖິງ ຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຂອງນະຄອນ ໂຮ່ຈິມິນ ຕໍ່ບັນດາຂົງເຂດການພັດທະນາຂອງລາວ, ໃນນັ້ນ, ມີຂົງເຂດການພັດທະນາວິທະຍາສາດ - ເຕັກໂນໂລຢີ.

ທີ່ການເຮັດວຽກ, ສອງຝ່າຍໄດ້ມີການແລກປ່ຽນ ກ່ຽວກັບບັນດານະໂຍບາຍ ໜູນຊ່ວຍ ພັດທະນາຂົງເຂດວິທະຍາສາດ - ເຕັກໂນໂລຢີ ຂອງນະຄອນ ໂຮ່ຈິມິນ (ພິເສດ ໃນໄລຍະ 2016-2020); ລະບົບບໍລິຫານລັດ ກ່ຽວກັບວຽກງານຊັບສິນທາງປັນຍາ, ນະໂຍບາຍໜູນຊ່ວຍການພັດທະນາຊັບສິນທາງປັນຍາ ທີ່ນະຄອນ ໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 07 – 09 ມິຖຸນາ 2026.

Top