• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳນະຄອນ ໂຮ່ຈີມິນ ອວຍພອນບຸນປີໃໝ່ລາວ

ການ​ຕ້ອນ​ຮັບ​ໃນ​ວັນ​ທີ 10/4
      ເມື່ອ​ໄປ​ຢ້ຽມ​ຢາມ​ສະ​ຖານ​ກົງ​ສູນ​ໃຫຍ່​ລາວ ປະ​ຈຳນະ​ຄອນ ໂຮ່​ຈີ​ມິນ ໃນ​ວັນ​ທີ 10/4, ທ່ານ​ນາງ ຫວໍ​ທິ​ຢູງ, ຮອງ​ເລ​ຂາ​ຄະ​ນະ​ພັກ ອວຍ​ພອນ​ພະ​ນັກ​ງານ, ພາ​ລະ​ກອນ ແລະ ປະ​ຊາ​ຄົມ​ຊາວ​ລາວ ພວມ​ດ​ຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່​ນະ​ຄອນ, ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ຂອງ​ລາວ. ທ່ານ​ນາງ ຫວ​ໍ​ທິ​ຢູງ, ເນັ້ນ​ໜັກ​ວ່າ: ນະ​ຄອນ ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ, ນະ​ຄອນເຊິ່ງ​ນະ​ຄອນ ໂຮ່​ຈີ​ມິນ ມີ​ການ​ພົວ​ພັນ​ແຮກ​ສ່ຽວ, ຮ່ວມ​ມື​ມິດ​ຕະ​ພາບ.
        ທ່ານ ສົມ​ໄຊ ​ຊະ​ນະ​ມູ​ນີ ເຊື່ອ​ໝັ້​ນ​ວ່າ, ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ລາວ ແລະ ຫວຽດ​ນາມ, ໃນ​ນັ້ນ​ມີ​ນະ​ຄອນ ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ພັດ​ທະ​ນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top