• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳກົມໃຫຍ່ການເມືອງຕ້ອນຮັບຄະນະນັກຮົບເກົ່າແລະຍາດຕິພີ່ນ້ອງນັກຮົບຈີນເສຍສະຫຼະຊີວິດມີໄລຍະເວລາຊ່ວຍເຫຼືອຫວຽດນາມ

ຕອນບ່າຍວັນທີ 22 ເມສາ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບຈີນ ເສຍສະຫຼະຊີວິດ ທີ່ໄດ້ມີການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມຕ້ານອາເມລິກາ ກູ້ຊາດ.


ທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ແລະ ຍາດຕິພີ່ນ້ອງນັກຮົບຈີນ ເສຍສະຫຼະຊີວິດ

ທີ່ໄດ້ມີການຊ່ວຍເຫຼືອຫວຽດນາມ ໃນໄລຍະສົງຄາມຕ້ານອາເມລິກາ ກູ້ຊາດ

(ພາບ: qdnd.vn)

ເນື່ອງໃນໂອກາດຄະນະຜູ້ແທນມາຢ້ຽມຢາມຫວຽດນາມ ຕາມຄຳເຊື້ອເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ. ທີ່ການພົບປະ, ພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ເນັ້ນໜັກວ່າ: ໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ, ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນຫວຽດນາມ ເຊິ່ງໄດ້ຮັບການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດຈິດສຸດໃຈ, ມີປະສິດທິຜົນຈາກເພື່ອນມິດສາກົນ. ພິເສດແມ່ນການຊ່ວຍເຫຼືອທາງດ້ານວັດຖຸ, ຈິດໃຈຂອງຈີນ ແລະ ບັນດາປະເທດສັງຄົມນິຍົມ, ປະກອບສ່ວນເຂົ້າໃນການຂອງການຕໍ່ສູ້ຕ້ານອາເມລິກາ ກູ້ຊາດຂອງປະຊາຊົນຫວຽດນາມ ໃຫ້ໄດ້ຮັບໄຊຊະນະ. ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນ, ເຄົາລົບນັບຖືນ້ຳໃຈອັນດີງາມ ແລະ ການຊ່ວຍເຫຼືອອັນລ້ຳຄ່າ, ມີປະສິດທິຜົນຂອງເພື່ອນມິດສາກົນ, ໂດຍສະເພາະແມ່ນການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຈີນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top