• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ

ໃນຕອນບ່າຍວັນທີ 02 ສິງຫາ, ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການຖະແຫຼງຂ່າວສະໄໝສາມັນ. 

ນະທີ່ນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ເລື່ອງ ປະເທດສາທາລະນະເຊັກໂກ ຢຸດຕິການອອກວິຊາສໍາລັບຜູ້ອອກແຮງງານ ຂອງຫວຽດນາມ ພຽງແຕ່ເປັນບັນຫາທີ່ມີລັກສະນະເຕັກນິກເທົ່ານັ້ນ. ທ່ານນາງ ເລທິທູຮັ່ງ ກ່າວວ່າ:

        “ພວກຂ້າພະເຈົ້າ ເຂົ້າໃຈວ່າ ນີ້ແມ່ນບັນຫາທີ່ມີລັກສະນະເຕັກນິກ ແລະ ພ້ອມແລ້ວທີ່ຈະສົມທົບກັບຝ່າຍເຊັກໂກ ແກ້ໄຂບັນດາຂໍ້ຄ້າງຄາໃນການອອກວິຊາໄລຍະຍາວຕາມຈຸດປະສົງອອກແຮງງານ ແລະ ດໍາເນີນທຸລະກິດຂອງຊາວຫວຽດນາມ.  ຜ່ານນັ້ນ, ສ້າງເງື່ອນໄຂຊຸກຍູ້ໃຫ້ແກ່ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ເໝາະສົມກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສ. ເຊັກໂກ”.

 
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ:TTXVN)

ສ່ວນເມື່ອຕອບສໍາພາດຕໍ່ນັກຂ່າວ ທີ່ກ່ຽວຂ້ອງເຖິງການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 6, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງຜົນຂອງການເລືອກຕັ້ງສະພາແຫ່ງຊາດ ກໍາປູເຈຍ ຊຸດທີ 6 ທີ່ສື່ມວນຊົນໄດ້ນໍາສະເໜີ. ການເລືອກຕັ້ງໄດ້ດໍາເນີນຢ່າງສະດວກ, ເສລີ, ປະຊາທິປະໄຕ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ກໍາປູເຈຍ ຕໍ່ອະນາຄົດຂອງປະເທດນີ້. ຫວຽດນາມສະແດງຄວາມຍິນດີກັບປະເທດກໍາປູເຈຍ ທີ່ໄດ້ຈັດຕັ້ງສໍາເລັດການເລືອກຕັ້ງທີ່ສໍາຄັນນີ້ ແລະ ເຊື່ອໝັ້ນວ່າ:

        “ສໍາລັບຜົນສໍາເລັດດັ່ງກ່າວ, ກໍາປູເຈຍຈະສືບຕໍ່ຍາດໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າເກົ່າ ໃນການສ້າງສາປະເທດກໍາປູເຈຍ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ”.

(ແຫຼ່ງຄັດຈາກ VOV)


ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top