• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ປ້ອງ​ກັນປະ​ເທດ​ ລາວ ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມ​​ມິ​ດ​ຕິງຢ່າງ​ສົ​ມ​ກຽດ​ເນື່ອງ​ໃນ​ໂອ​ກາ​ດ​ສະ​ເຫຼີມ​ສະຫຼອງ 65 ປີແຫ່ງວັນ​​ໄຊ​ຊະ​ນະ​ດຽນ​ບຽນ​ຝ໋​ູ

ໄຊຊະນະດຽນບຽນຝູ໋ແມ່ນໄຊຊະນະຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງກອງທັບປະຊາຊົນ ຫວຽດນາມ.

ທ່ານ ພັນເອກ ຕ່າວວັນທ໊າຍ ທູດການທະຫານ ຫວຽດນາມ ປະຈຳລາວ (ພາບ: ຊວນຕູ໊/TTXVN)

ວັນທີ 9 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ລາວ ໄດ້ສົມທົບກັບທູດທະຫານ ຫວຽດນາມ ປະຈຳ ລາວ ຈັດຕັ້ງງານໂຮມຊຸມນຸມມິດຕິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະດຽນບຽນຝູ໋ (7 ພຶດສະພາ ປີ 1954 – 7 ພຶດສະພາ ປີ 2019).

        ທີ່ພິທີ, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໄດ້ຢັ້ງຢືນວ່າໄຊຊະນະ ດຽນບຽນຝູ໋ ແມ່ນບາດລ້ຽວປະຫວັດສາດຂອງສາມປະເທດອິນດູຈີນ, ບໍ່ພຽງແຕ່ຕີເອົາຊະນະລ່າເມືອງຂຶ້ນຝລັ່ງຢູ່ ຫວຽດນາມເທົ່ານັ້ນຫາກຍັງຢູ່ອິນດູຈີນອີກດ້ວຍ. ໄຊຊະນະດຽນບຽນຝູ໋ແມ່ນໄຊຊະນະຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງກອງທັບປະຊາຊົນ ຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະຂອງກອງທັບ ແລະ ປະຊາຊົນ ຫວຽດນາມເທົ່ນນັ້ນຫາກຍັງແມ່ນໄຊຊະນະຂອງປະຊາຊົນ ລາວ ແລະ ປະຊາຊົນກຳປູເຈຍອີກດ້ວຍເຊິ່ງໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງອັນດຽວກັນ, ຕໍ່ສູ້ສັດຕູໂຕດຽວກັນ, ປົດປ່ອຍປະເທດຊາດ ແລະ ບັງຄັບໃຫ້ສັດຕູຕ້ອງຮັບຮູ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ ແລະ ກໍ່ແມ່ນຄັ້ງທຳອິດທີ່ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກລົ້ມລະລາຍໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top