• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດຕີລາຄາໝາກຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ຕອນເຊົ້າວັນທີ 27 ເມສາ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ເພື່ອຕີລາຄາໝາກຜົນຂອງວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ຜົນກະທົບຂອງ ໂລກລະບາດ ຕໍ່ກັບບັນດາວຽກງານການທະຫານ - ປ້ອງກັນຊາດ. 
 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງປ້ອງກັນປະທດ)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງກະຊວງໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງສືບຕໍ່ເປັນເຈົ້າການປັບປຸງແຜນການປະຕິບັດການຮັບມືກັບໂລກລະບາດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກໆກໍລະນີ. ທ່ານກ່າວວ່າ:
        “ໃນໄລຍະຈະມາເຖິງ, ພວກເຮົາຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ພ້ອມກັບລັດ ແລະ ທົ່ວປວງຊົນ, ສືບຕໍ່ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປ, ນຳຊີວິດການເປັນຢູ່ຂອງປະຊາຊົນ, ບັນດາການເຄື່ອນໄຫວຂອງສັງຄົມກັບຄືນສູ່ສະພາບປົກກະຕິແຕ່ລະກ້າວ, ແລະ ຕັ້ງໜ້າປ້ອງກັນ, ສະກັດກັ້ນໂລກລະບາດ, ບໍ່ປະໃຫ້ແຜ່ລະບາດອອກສູ່ຖັນແຖວກອງທັບ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top