• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ

      ຕອນເຊົ້າວັນທີ 22 ກຸມພາ, ອົງການສາທາລະນະສຸກ ສ.ເກົາຫຼີ ປະກາດວ່າ ມີຜູ້ຕິດເຊື້ອພະຍາດອັກເສບປອດ (Covid-19) ຢູ່ປະເທດນີ້ ຕື່ມອີກ 142 ຄົນ, ຍົກຈຳນວນຄົນຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 346 ຄົນ.
 
        ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຍອມຮັບວ່າ ບັນດາການຜັນແປຂອງໂລກລະບາດ Covid-19 ຢູ່ປະເທດນີ້ ໄດ້ກ້າວເຂົ້າໄລຍະ “ຮ້າຍແຮງທີ່ສຸດ”. ທ່ານຢັ້ງຢືນວ່າ ລັດຖະບານຈະມານະພະຍາຍາມ ເພື່ອຮັບປະກັນບໍ່ປະໃຫ້ມີຊ່ອງວ່າງໃນວຽກງານກວດເຊື້ອພະຍາດ ແລະ ຈະຫລຸດຜ່ອນລະດັບຜົນສະທ້ອນຈາກໂລກລະບາດທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳລົງ.
 
ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ (ພາບ: TTXVN)
      ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດ Covid-19, ວັນທີ 21 ກຸມພາ, ກົມກົງສຸນ - ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ອອກແຈ້ງການໂດຍໃສ່ໃຈວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປບ່ອນທີ່ພວມມີເຊື້ອພະຍາດ ແລະ ມີຄວາມສ່ຽງຖືກຜົນສະທ້ອນຈາກເຊື້ອພະຍາດ ເຊິ່ງອົງການເຈົ້າໜ້າທີ່ ສ.ເກົາຫຼີ ໄດ້ກ່າວເຕືອນ.

ພາບປະກອບ / THX/TTXVN
              ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 21 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ມອບຢາຊີວະພາບຄັ້ງທຳອິດທີ່ມີມູນຄ່າ 1 ລ້ານເຢັນ ໃຫ້ສະຖາບັນ Pasteur ນະຄອນ ໂຮ່ຈີມິນ ເຊິ່ງນອນໃນບ້ວງເງິນອຸປະຖຳຢາຊີວະພາບທີ່ມີມູນຄ່າ 4 ລ້ານເຢັນ ໂດຍ JICA ໜູນຊ່ວຍສະຖາບັນ Pasteurs,  ເພື່ອຮັບມືກັບໂລກລະບາດອັກເສບປອດເກີດຈາກໄວຣັດໂຄໂຣນາສາຍພັນໃໝ່ (Covid-19) ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top