• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມສະ​ພາປະ​ທານ​ສານ ບັນ​ດາ​ປະ​ເທດ ອາ​ຊຽນ ແມ່ນອົງ​ການ​ດ້ານ​ການ​ເມືອງ ​ສຳ​ຄັນ​ຂອງ ອາ​ຊຽ​ນ

ຕອນເຊົ້າວັນທີ 7 ຕຸລາ, ທ່ານ ຫງວຽນ ຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ ພ້ອມກັບ ຄະນະຜູ້ແທນສານປະຊາຊົນສູງສຸດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສະພາປະທານສານບັນດາປະເທດ ອາຊຽນ (CACJ) ຄັ້ງທີ 9 ແບບທາງໄກ, ໂດຍສານສູງສຸດ ອິນໂດເນເຊຍ ຈັດຕັ້ງ.
ທ່ານ ຫງວຽນຮ່ວາບິ່ງ ປະທານສານ ປະຊາຊົນສູງສຸດ ຫວຽດນາມ 

ໃນຖານະເປັນປະທານ CACJ ອາຍຸການ 2020 - 2021, ທ່ານ ຫງວຽນຮ່ວາບິ່ງ ໄດ້ເປັນປະທານວາລະໄຂກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮ່ວາບິ່ງ ໄດ້ເນັ້ນໜັກວ່າ, ນັບແຕ່ເມື່ອສ້າງຕັ້ງມາແຕ່ປີ 2013 ຈົນຮອດປັດຈຸບັນ, CACJ ໄດ້ຢັ້ງຢືນເປັນອົງການການເມືອງສຳຄັນຂອງ ອາຊຽນ, ຕັ້ງໜ້າ ປະກອບສ່ວນ ໃຫ້ການພັດທະນາຂອງພາກພື້ນ ກໍ່ຄືຂອງແຕ່ລະປະເທດສະມາຊິກ, ເປັນຕົ້ນແມ່ນ ໃນການປົກປ້ອງຜົນປະໂຫຍດຂອງປະຊາຊົນ ເພື່ອຄວາມຍຸຕິທຳ. ທ່ານກ່າວວ່າ:

ປະຊາຄົມປະທານສານ ອາຊຽນ ໄດ້ສາມັກຄີ ແລະ ໜູນຊ່ວຍກັນ ໃນການປະຕິບັດເປົ້າໝາຍຂອງ CACJ. ຄວາມສາມັກຄີນີ້ ໄດ້ໜູນຊ່ວຍເຊິ່ງກັນແລະກັນຫຼາຍທີ່ສຸດ ໃນການປະຕິບັດໜ້າທີ່ຂອງແຕ່ລະປະເທດ. ພວກເຮົາພວມປະເຊີນໜ້າກັບ ໂລກລະບາດໂຄວິດ - 19 ທີ່ບໍ່ເຄີຍມີມາກ່ອນ. ສະພາບຄວາມຫຍຸ້ງຍາກນີ້ ໄດ້ບັງຄັບ ໃຫ້ພວກເຮົາຕ້ອງໝູນໃຊ້ເຕັກໂນໂລຢີໂດຍໄວກ່ວາອີກ, ອາດຈະດຳເນີນບາງຂັ້ນຕອນການດຳເນີນຄະດີ ແບບທາງໄກຄື: ຈັດກອງປະຊຸມ ແບບທາງໄກ, ພິພາກສາແບບທາງໄກ, ຕອບສະໜອງການບໍລິການພາກລັດທາງດ້ານຕຸລາການໃຫ້ມະຫາຊົນ ແບບທາງໄກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top