• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ SOM ARF: ຕ້ອງ​ສ້າງ COC ຢ່າງ​ແທດ​ຈິງ, ສອດ​ຄອງ​ກັບ​ກົດ​ໝາຍ​ສາ​ກົນ

ວັນທີ 29 ມິຖຸນາ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ/ARF ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປາໄສພາກພື້ນ ອາຊຽນ (SOM ARF) ຕາມຮູບການທາງອອນລາຍ.
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ (ພາບ:  dangcongsan.vn)

ຢູ່ກອງປະຊຸມ, ບັນດາປະເທດເຫັນດີເປັນເອກະພາບດ້ວຍເກືອບ 20 ຂໍ້ສະເໜີການເຄື່ອນໄຫວໃໝ່ໃຫ້ປີກາງໄລຍະ 2021 – 2022, ຂຶ້ນກັບບັນດາຂົງເຂດຄືການຕ້ານລັດທິການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຫຼຸດຜ່ອນກຳລັງທັບ, ການຮ່ວມມືດ້ານປ້ອງກັນຊາດ ແລະ ຮັກສາສັນຕິພາບ. ເຊີດຊູເປົ້າໝາຍຮັກສາສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາຢູ່ພາກພື້ນ, ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມກອງປະຊຸມຢັ້ງຢືນວ່າ ຕ້ອງບຸລິມະສິດຮ່ວມມື ເຂົ້າໃນການປ້ອງກັນ, ຕ້ານ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19.

ກ່ຽວກັບສະພາບການທະເລຕາເວັນອອກ, ບັນດາຜູ້ແທນໄດ້ເນັ້ນໜັ້ກເຖິງບັນດາຫຼັກການລະງັບໃຈ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວີທີ, ເຄົາລົບກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982). ບັນດາປະເທດຮຽກຮ້ອງວ່າ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຕ້ອງໄດ້ຮັບການສ້າງຕັ້ງຢ່າງແທດຈິງ, ມີຜົນສັກສິດ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, UINCLOS 1982. ກອງປະຊຸມຢັ້ງຢືນສະໜັບສະໜູນ ອາຊຽນ ຜັນຂະຫຍາຍ ຄວາມເຫັນດີ 5 ຈຸດຂອງການນຳຂັ້ນສູງຢູ່ ກອງປະຊຸມຂັ້ນສູງພິດເສດ ເດືອນເມສາ 2021 ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ເພື່ອນຳສະພາບການມຽນມາກັບຄືນສູ່ສະພາບປົກກະຕິໂດຍໄວ ຕາມຄວາມມຸ່ງຫວັງ ແລະ ຜົນປະໂຫຍດຂອງປະຊາຊົນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top