• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສົນ​ທະ​ນາ​ຫາ​ລືຂັ້ນ​ສູງ ຄັ້ງ​ທີ 5 ກ່ຽວ​ກັບ​ກະ​ສິ​ກຳ ຫວຽດ​ນາມ - ຍີ່​ປຸ່ນ

ຕອນບ່າຍວັນທີ 12 ທັນວາ ໄດ້ດຳເນີນກອງປະຊຸມທາງອອນລາຍ ດ້ວຍຫົວຂໍ້ “ການ ສົນທະນາຫາລືຂັ້ນສູງຄັ້ງທີ 5 ລັດຖະມົນຕີກະສິກຳ ຫວຽດນາມ - ຍີ່ປຸ່ນ” ແລະ “ເວທີປາໄສຮ່ວມມືລະຫວ່າງວິສາຫະກິດພາກລັດ ແລະ ເອກະຊົນ ຂອງ ຫວຽດນາມ ກັບ ຍີ່ປຸ່ນ”.

ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ກ່ຽວກັບການຮ່ວມມືທາງດ້ານເຕັກໂນໂລຢີໃນຂົງເຂດຊົນລະປະທານ ແລະ ການລະບາຍນ້ຳ (ພາບ: BNEWS/TTXVN)

ໃນຂອງເຂດກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫງວຽນຊວັນເກື່ອງ ແລະ ທ່ານລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຍີ່ປຸ່ນ Kotaro Nogami ໄດ້ເປັນສັກຂີພິຍານ ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ກ່ຽວກັບການຮ່ວມມືທາງດ້ານເຕັກໂນໂລຢີໃນຂົງເຂດຊົນລະປະທານ ແລະ ການລະບາຍນ້ຳ ແລະ ປ້ອງກັນແຫຼ່ງຊັບພະຍາກອນນ້ຳ, ຄຸ້ມຄອງຂະແໜງການປະມົງໃນຂົງເຂດສິນໃນນ້ຳ ໃຫ້ຖືກຕ້ອງຕາມໜ້າທີ່ຄວາມຮັບຜິດຂອບ. ສອງຝ່າຍກໍເຫັນດີ ຜັນຂະຫຍາຍ “ວິໄສທັດໄລຍະກາງ ແລະ ໄລຍະຍາວ ການຮ່ວມມືໃນຂົງເຂດກະສິກຳ ຫວຽດນາມ - ຍີ່ປຸ່ນ ໄລຍະ ທີ 2  ແຕ່ປີ 2020 – 2024.

        ກ່ຽວກັບແງ່ຫວັງການຮ່ວມມືໃນຂົງເຂດກະສິກຳລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ສອງທ່ານ ຢັ້ງຢືນວ່າ, ຍີ່ປຸ່ນ ແມ່ນປະເທດມີພື້ນຖານກະສິກຳທັນສະໄໝ ແລະ ມີຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການຄ້າສອງສົ້ນ ກ່ຽວກັບຜະລິດຕະພັນກະເສດ; ຊຸກຍູ້ການລົງທຶນໂດຍກົງຈາກຕ່າງປະເທດ.       

ພາຍຫຼັງກອງປະຊຸມດັ່ງກ່າວ, ລັດຖະມົນຕີກະຊວງກະສິກຳສອງທ່ານ ພ້ອມກັນເຂົ້າຮ່ວມ ແລະ ກ່າວຄຳປາໄສຢູ່ "ເວທີປາໄສຮ່ວມມື ພາກລັດ - ເອກະຊົນ ກະສິກຳ ຫວຽດນາມ ຍີ່ປຸ່ນ, ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ100 ແຫ່ງຂອງທັງສອງປະເທດ.

(ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top