• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 46 ຂອ​ງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 13 ກໍ​ລະ​ກົດ

ແຕ່ວັນທີ 13 – 14 ກໍລະກົດ, ກອງປະຊຸມຄັ້ງທີ 46 ຂອງຄະນະປະຈຳ ສະພາແຫ່ງຊາດ ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ. 

(ພາບປະກອບ: TTXVN)

ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ແລະ ໃຫ້ຄຳເຫັນກ່ຽວກັບບາງເນື້ອໃນດັ່ງນີ້: ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍຊາວຜູ້ອອກແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ (ສະບັບປັບປຸງ); ການອະພິປາຍຮັບເອົາຄຳເຫັນປະກອບ, ປັບປຸງຮ່າງກົດໝາຍວ່າດ້ວຍຂໍ້ຕົກລົງສາກົນ; ການຜັນຂະຫຍາຍປະຕິບັດບັນດາລະບຽບການໃໝ່ໄດ້ຮັບການປັບປຸງເພີ່ມເຕີມໃນກົດໝາຍວ່າດ້ວຍສະພາແຫ່ງຊາດ;  ການປະກາດໃຊ້ດຳລັດກຳນົດກ່ຽວກັບປະກັນໄພມະຫາພາກ ຂອງບັນດາອົງການຈັດຕັ້ງການເມືອງ - ສັງຄົມ; ການປະກາດໃຊ້ດຳລັດວ່າດ້ວຍການກຳນົດກ່ຽວກັບການເຄື່ອນໄຫວທາງດ້ານສິລະປະການສະແດງ ແລະ ອື່ນໆ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top