ຂ່າວສານ
ກອງປະຊຸມແລກປ່ຽນວຽກງານສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ

ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ
ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ໄດ້ສົ່ງຄຳອວຍພອນໄປຍັງຖັນແຖວພະນັກງານຜູ້ເຮັດວຽກງານສື່ມວນຊົນ ໃນທົ່ວປະເທດ, ສະແດງຄວາມຂອບໃຈຕໍ່ບັນດາອົງການສື່ມວນຊົນ, ນັກຂ່າວທີ່ມີການປະກອບສ່ວນສຳຄັນເຂົ້າໃນວຽກງານໂຄສະນາເຜີຍແຜ່ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເວົ້າສະເພາະ ແລະ ການໂຄສະນາເຜີຍແຜ່ເວົ້າລວມ.
ທ່ານຮອງນາຍົກລັດຖະມົນຕີໄດ້ຕັດເຕືອນບັນດາອົງການສື່ມວນຊົນຕ້ອງປະຕິບັດຢ່າງຖືກຕ້ອງຕາມວິວັດການວາງແຜນການພັດທະນາ ແລະ ການຄຸ້ມຄອງ ຂອງສື່ມວນຊົນທົ່ວປະເທດ ຈົນຮອດປີ 2025 ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີແລ້ວ.
ແລະກໍ່ໃນກອງປະຊຸມ, ທ່ານ ຫງວຽນເທ໊ກິ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງຫວຽດນາມພວມສ້າງແຜນຮ່າງສ້າງຕັ້ງ ວິທະຍຸກະຈາຍສຽງຫວຽດນາມກາຍເປັນອົງການສື່ມວນຊົນທີ່ຫຼາຍຮູບແບບ, ຫຼາຍພາຫະນະ, ມີຫຼາຍພາສາທີ່ເປັນມືອາຊີບ, ມີຄວາມໝັ້ນແກ່ນ ແລະ ຮອບດ້ານ.
(ແຫຼ່ງຄັດຈາກ VOV)