• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ MSEAP 4: ຫວຽດ​ນາມ​ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ ແລະ ຮ່ວມ​ສຳ​ພັນ​

ຕອນຄ່ຳວັນທີ 24 ກັນຍາ, ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP 4) ເຊິ່ງໄດ້ດຳເນີນຢູ່ຫໍເອກະລາດ, ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ ແລະ ໄດ້ອັດລົງ ດ້ວຍການຮັບຮອງເອົາຖະແຫຼງການສຸດທ້າຍ. 

ທ່ານນາງຕ່ອງທິຟ໊ອງທີ່ການພົບປະສອງຝ່າຍ (ພາບ: TTXVN)

ຖະແຫຼງການຂອງກອງປະຊຸມໄດ້ຢັ້ງຢືນເຖິງບົດບາດຄວາມສຳຄັນຂອງລັດຖະສະພາບັນດາປະເທດອາຊີ - ເອີລົບໃນເລື່ອງຮັກສາການເຄື່ອນໄຫວຮ່ວມສຳພັນໃນພາກພື້ນເພື່ອແນໃສ່ຮັບປະກັນການພົວພັນຄູ່ຮ່ວມມືຢ່າງຮອບດ້ານບົນພື້ນຖານເຄົາລົບຄວາມສະເໝີພາບ ແລະ ເພື່ອມຸ່ງໄປເຖິງຜົນປະໂຫຍດລວມ. ການສ້າງບັນດາການພົວພັນຮ່ວມມືກໍ່ສ້າງ ລະຫວ່າງບັນດາປະເທດ ອາຊີ - ເອີລົບ ອາດຈະສ້າງກຳລັງໜູນອັນໃຫຍ່ຫຼວງເພື່ອພັດທະນາສະພາບລວມ ແລະ ຊຸກຍູ້ການເຕີບໂຕເສດຖະກິດໃນພາກພື້ນ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມໄດ້ເຊີດຊູຫົວຂໍ້ຂອງກອງປະຊຸມກ່ຽວກັບ “ການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄູ່ຮວມມື”, ພ້ອມທັງຍົກໃຫ້ເຫັນນະໂຍບາຍເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ສະພາແຫ່ງຊາດ ຫວຽດນາມສະເໜີເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ຄວາມເຄົາລົບນັບຖືຊຶ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມື, ເຈລະຈາ, ແລກປ່ຽນ ບົດຮຽນ, ປະສົບການໃນຂົງເຂດ ສະພາແຫ່ງຊາດ. ຍູ້ແຮງການເຊື່ອມຕໍ່ເສດຖະກິດໃນພາກພື້ນ ແລະ ລະຫວ່າງພາກພືື້ນ, ຮ່ວມມືດ້ານການຄ້າຫຼາຍຝ່າຍໃນທົ່ວໂລກ, ຊຸກຍູ້ການຮ່ວມມືອາຊີ - ເອີລົບໃນການຖ່າຍທອດເຕັກໂນໂລຢີ, ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະ ປະຊາຊົນໃນພາກພື້ນ ອາຊີ - ເອີລົບ…

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການພົບປະກັບທ່ານ Moon Hee Sang  ປະທານສະພາແຫ່ງຊາດ ສ.ເກົາຫຼີ ຢູ່ນອກກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ເນ້ັນໜັ້ກວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍ ນະໂຍບາຍມຸ່ງໄປສູ່ ທາງທິດໃຕ້ ໃໝ່ຂອງ ສ.ເກົາຫຼີ ເຊິ່ງເອົາໃຈໃສ່ເຖິງການຊຸກຍູ້ຮ່ວມມືກັບບັນດາປະເທດ ອາຊຽນ ດ້ວຍຈຸດສຸມແມ່ນ ຫວຽດນາມ. ຕີລາຄາສູງຫຼັກໝັ້ນຂອງ ສ.ເກົາຫຼີກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງຕ່ອງທິຟ໊ອງ ໄດ້ສະເໜີໃຫ້ສ.ເກົາຫຼີສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນໃນການຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ປະຕິບັດ ຖະແຫຼງການປີ 2002 ກ່ຽວກັບການປະພຶດຢູ່ ທະເລຕາເວັນອອກຢ່າງຄົບຖ້ວນ (DOC) ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (COC) ໂດຍໄວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top