• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ສະຫຼຸບ​​ບັ້ນ​ຈຸດ​ສູງປາບ​ປາມອາ​ດຊະ​ຍາ​ກຳ​ຄ້າ​​ມະ​ນຸດ ລະ​ຫວ່າງ ຫວຽດ​ນາມ - ລາວ ແລ​ະ ກຳ​ປູ​ເຈຍ

ບັນດາຝ່າຍຄວນຍູ້ແຮງການໂຄສະນາກ່ຽວກັບການປ້ອງກັນ, ຕ້ານ ການຄ້າມະນຸດ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໂດຍສະເພາະແມ່ນຢູ່ຕາມບັນດາສາຍບໍລິເວນຈຸດສຸມຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສາມປະເທດ.

ກອງປະຊຸມກອງປະຊຸມສະຫຼຸບບັ້ນຈຸດສູງປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍໃນປີ 2018. (ພາບ: ບ໋າວເຫີນ/ daibieunhandan.vn

 

ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ກົມຕຳຫຼວດອາຍາ, ກະຊວງຕຳຫຼວດ ຫວຽດນາມ; ກົມໃຫຍ່ຕຳຫຼວດແຫ່ງຊາດ, ກະຊວງ ພາຍໃນ ລາຊະອານາຈັກກຳປູເຈຍ ແລະ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ຈັດກອງປະຊຸມສະຫຼຸບບັ້ນຈຸດສູງປາບປາມອາດຊະຍາກຳຄ້າມະນຸດ ລະຫວ່າງ ຫວຽດນາມ - ລາວ ແລະ ກຳປູເຈຍໃນປີ 2018.

        ທີ່ກອງປະຊຸມ, ຜູ້ຕາງໜ້າຂອງທັງສາມປະເທດໄດ້ປຶກສາຫາລືບັນດາຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳຄ້າມະນຸດ. ພ້ອມທັງໄຈ້ແຍກ ເຮັດແຈ້ງສາຍເຫດ, ຂໍ້ຄົງຄ້າງເພື່ອຖອດຖອນບົດຮຽນ ແລະ ເຫັນດີເປັນເອກະພາບຕໍ່ມາດຕະການແກ້ໄຂ, ຮັບປະກັນ ວຽກງານປ້ອງກັນ ແລະ ຕ້ານ ອາດຊະຍາກຳຄ້າມະນຸດບັນລຸໄດ້ປະສິດທິຜົນສູງໃນໄລຍະຈະມາເຖິງ.

        ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ຕາງໜ້າກະຊວງຕຳຫຼວດ ຫວຽດນາມ, ທ່ານ ເລກຸ໊ຍເວືອງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ສະເໜີໃຫ້ບັນດາຝ່າຍຄວນຍູ້ແຮງການໂຄສະນາກ່ຽວກັບການປ້ອງກັນ, ຕ້ານ ການຄ້າມະນຸດ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນໂດຍສະເພາະແມ່ນຢູ່ຕາມບັນດາສາຍບໍລິເວນຈຸດສຸມຂອງແຕ່ລະປະເທດ ແລະ ເຂດຊາຍແດນລະຫວ່າງສາມປະເທດ; ຮັກສາ, ນຳໃຊ້ບັນດາຊ່ອງຂໍ້ມູນຂ່າວສານຢ່າງມີໄຫວພິບ, ເສີມຂະຫຍາຍຄຸນປະໂຫຍດຂອງໂທລະສັບສາຍດ່ວນ; ກຳລັງສະເພາະກິດຂອງແຕ່ລະປະເທດຄວນສ້າງກົດລະບຽບການສົມທົບ, ຄົ້ນພົບ ແລະ ທຳລາຍລ້າງເພື່ອບໍ່ໃຫ້ບັນດາອົງການເຄືອຂ່າຍຂອງພວກອາດຊະຍາກອນເຄື່ອນໄຫວຢ່າງສັບສົນໃນເຂດຊາຍແດນລະຫວ່າງ 3 ປະເທດ…

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top