• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະຊຸມ​ຄະນະ​ຊີ້​ນໍາ​ວຽກງານ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 ​ແຫ່ງ​ຊາດ

2 ວັນຜ່ານມາ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຫຼຸດລົງຢ່າງແຮງ, ໃນຂະນະນັ້ນ ຈໍານວນຜູ້ຫາຍດີເປັນປົກກະຕິກໍເພີ່ມຂຶ້ນທົບ 3 ເທົ່າ. ແຫຼ່ງເກີດໂລກລະບາດ 3 ແຫ່ງຢູ່ຫວຽດນາມ ແມ່ນໄດ້ຮັບການຄວບຄຸມເປັນຢ່າງດີ. 

ກອງປະຊຸມອອນລາຍຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ໃນຕອນເຊົ້າວັນທີ 6 ເມສ (ພາບ: TTXVN)

ທີ່ກອງປະຊຸມອອນລາຍໃນຕອນເຊົ້າວັນທີ 6 ເມສາ, ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ໃຫ້ຮູ້ວ່າ ໄດ້ກະກຽມບັນດາອຸປະກອນການແພດຢ່າງພຽງພໍ ເພື່ອກຽມພ້ອມຮັບມືກັບສະພາບໂລກລະບາດທີ່ມີກໍລະນີມີຜູ້ຕິດເຊື້ອພະຍາດຂຶ້ນເຖິງ 3.000 ຄົນໃນທົ່ວປະເທດ, ຊໍ້າບໍ່ໜໍາແມ່ນ 10.000 ຄົນ.

        ຕາມຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດຫວຽດນາມແລ້ວ, ໃນໄລຍະຜ່ານມາ ໄດ້ຄຸ້ມຄອງຜູ້ໂດຍສານເຂົ້າເມືອງຜ່ານທາງອາກາດກວ່າ 66.000 ຄົນ ຢູ່ບັນດາສະຖານທີ່ແຍກຕົວ. ປັດຈຸບັນ, ຍັງເຫຼືອ 14.000 ຄົນ ແລະ ໃນອາທິດຈະມາເຖິງ ໂດຍພື້ນຖານແມ່ນຈະໝົດກໍານົດເວລາແຍກຕົວ 14 ວັນ. ສ່ວນຕາມກະຊວງສາທາລະນະສຸກແລ້ວ, 2 ວັນຜ່ານມາ, ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຫຼຸດລົງຢ່າງແຮງ, ໃນຂະນະນັ້ນ ຈໍານວນຜູ້ຫາຍດີເປັນປົກກະຕິກໍເພີ່ມຂຶ້ນທົບ 3 ເທົ່າ. ແຫຼ່ງເກີດໂລກລະບາດ 3 ແຫ່ງຢູ່ຫວຽດນາມ ແມ່ນໄດ້ຮັບການຄວບຄຸມເປັນຢ່າງດີ. ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

 “ຄະນະຊີ້ນໍາໄດ້ວາງອອກບັນດາວິທີ ເພື່ອໃຫ້ຂະແໜງສາທາລະນະສຸກຂຶ້ນແຜນຮັບມືກັບກໍລະນີ ມີຜູ້ຕິດເຊື້ອເຖິງ 20.000, 30.000, 50.000 ຄົນ ຊໍ້າບໍ່ໜໍາແມ່ນ 100.000 ຄົນ. ດຽວນີ້, ບໍ່ມີໃຜສາມາດຄາດຄະເນໄດ້ລ່ວງໜ້າຢ່າງໜັກແໜ້ນ ແຕ່ອາດຢັ້ງຢືນໄດ້ວ່າ ຈະບໍ່ມີວິທີຮັບມືຕໍ່ກໍລະນີຜູ້ຕິດເຊື້ອກາຍ 10.000 ຄົນ, ຖ້າສືບຕໍ່ແກ່ຍາວເວລາແຍກຕົວສັງຄົມ”.

 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top