• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ທັບ​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ຢ່າງ​ມີ​​ຄວາມຮັບ​ຜິດ​ຊອບ

ທ່ານຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕີລາຄາສູງບົດບາດຂອງ ນັກຮົບໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.

ພາບປະກອບ: TTXVN

ຕອນເຊົ້າວັນທີ 18 ທັນວາ, ຢູ່ສຳນັກງານ ຫວຽດນາມ ປະຈຳ ວໍຊິງຕັນ ດີຊີ, ທູດທະຫານ ຫວຽດນາມ ປະຈຳ ອາເມລິກາ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອາເມລິກາ, ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມຄົບຮອບ 76 ປີ (22 ທັນວາ 1944 - 22 ທັນວາ 2020) ແລະ 31 ປີແຫ່ງວັນ ທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 - 22 ທັນວາ 2020). ພິທີໄດ້ຈັດຂຶ້ນດ້ວຍຮູບການອອນລາຍ ແລະ ໂດຍກົງ. ກ່າວຄຳເຫັນທີ່ພິທີ, ທ່ານຮ່າກິມງອັກ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຕີລາຄາສູງບົດບາດຂອງ ນັກຮົບໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ, ໜູນຊ່ວຍມະນຸດສະທຳ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top