• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ Shangri La 2018: ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກ ພົບປະ 2 ຝ່າຍ

ຕອນບ່າຍວັນທີ 02 ມິຖຸນາ, ຢູ່ນອກກອງປະຊຸມ Shangri La 2018 ຄັ້ງທີ 17, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ມີບັນດາການພົບປະ 2 ຝ່າຍກັບບັນດາລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ, ຝລັ່ງ ແລະ ຍີ່ປຸ່ນ.


ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ

(ພາບປະກອບ: TTXVN) 

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ Marise Payne, ລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງບັນດາການພັດທະນາຫວ່າງມໍ່ໆມານີ້ໃນການພົວພັນ 2 ຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮອບັການຜັນຂະຫຍາຍຖືກຕາມຈິດໃຈຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມເມື່ອປີ 2010.

      ໃນການພົບປະ 2 ຝ່າຍກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera, ລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ແກ້ໄຂພົນຮ້າຍຢ້ອນຫຼັງຈາກສົງຄາມ; ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ…

      ທີ່ການພົບປະກັບຄູ່ຕຳແໜ່ງຝລັ່ງ Florence Parly, ທ່ານລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນຝລັ່ງ ເພີ່ມທະວີການຮ່ວມມືກັບອາຊຽນ. ລັດຖະມົນຕີ 2 ທ່ານກໍ່ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ ແລະ ມີທ່າແຮງ.

(ແຫຼ່ງຄັດຈາກ VOV)


ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top