• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ “ປຶກສາຫາລືກໍານົດທິດສ້າງລະບອບລະບຽບການນະໂຍບາຍລົງທຶນຕ່າງປະເທດໃນສະພາບການໃໝ່ໃຫ້ສົມບູນແບບ”

ສະຫະສະມາຄົມວິສາຫະກິດຂອງ ຍີ່ປຸ່ນ, ສ.ເກົາຫຼີ ... ຈະຊ່ວຍລັດຖະບານສ້າງສໍາເລັດລະບົບ, ລະບອບລະບຽບການ ແລະ ນະໂຍບາຍໃນເລື່ອງດຶງດູດ ແລະ ນໍາໃຊ້ເງິນລົງທຶນຈາກຕ່າງປະເທດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ ຮອດປີ 2030 ແລະ ວິໄສທັດ ຮອດປີ 2045.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ທີ່ກອງປະຊຸມ (ພາບ: baodautu.vn)

ຕອນບ່າຍວັນທີ 14 ກຸມພາ ຢູ່ແຂວງບິ່ງເຢືອງ ຂອງຫວຽດນາມ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບ ຄະນະກໍາມະການແຂວງບິ່ງເຢືອງ  ຈັດຕັ້ງ “ກອງປະຊຸມປຶກສາຫາລືການກໍານົດທິດສ້າງລະບອບລະບຽບການກ່ຽວກັບການລົງທຶນຕ່າງປະເທດໃນສະພາບການໃໝ່”. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາ, ຮັບຮູ້ບັນດາຜົນສໍາເລັດໃນເບື້ອງຕົ້ນຂອງຫວຽດນາມ ໃນຮອບເວລາ 30 ປີ ແຫ່ງການປະຕິບັດການດຶງດູດ ແລະ ນໍາໃຊ້ເງິນລົງທຶນຈາກຕ່າງປະເທດ; ປະສິດທິຜົນກ່ຽວກັບລະບອບລະບຽບການ, ນະໂຍບາຍໃນການປະຕິບັດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ... ພ້ອມທັງ ຍົກອອກບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດ ແລະ ທິດທາງການແກ້ໄຂໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນປັງປຸງ, ສ້າງກົດໝາຍວ່່າດ້ວຍການລົງທຶນ ແລະ ກົດໝາຍວ່າດ້ວຍວິສາຫະກິດ ໃຫ້ສົມບູນແບບ ເພື່ອສືບຕໍ່ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ເລື່ອງປະກອບຄໍາຄິດຄໍາເຫັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ໂດຍສະເພາະແມ່ນສະຫະສະມາຄົມວິສາຫະກິດຂອງ ຍີ່ປຸ່ນ, ສ.ເກົາຫຼີ ... ຈະຊ່ວຍລັດຖະບານສ້າງສໍາເລັດລະບົບ, ລະບອບລະບຽບການ ແລະ ນະໂຍບາຍໃນເລື່ອງດຶງດູດ ແລະ ນໍາໃຊ້ເງິນລົງທຶນຈາກຕ່າງປະເທດ ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມ ຮອດປີ 2030 ແລະ ວິໄສທັດ ຮອດປີ 2045.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top