• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ປຶກສາຫາລືປະຈຳປີ ຂັ້ນລັດຖະມົນຕີການຕ່າງປະເທດ ລະຫວ່າງ ຫວຽດນາມ ແລະ ລາວ ແລະ ການພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ລາວ

      ພາຍຫຼັງການພົບປະ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການກະຊວງຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ລົງນາມໂຄງການກະທຳເພື່ອການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດລາວກ່ຽວກັບການຊຸກຍູ້ວຽກງານ ທາງການທູດດ້ານເສດຖະກິດໄລຍະ 2020  - 2025ໃຫ້ຫຼາຍກ່ວາອີກ.

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ (ພາບ: VGP) 
      ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ໃນລະຫວ່າງວັນທີ 23 – 27 ທັນວາ, ຕອນເຊົ້າວັນທີ 25 ທັນວາ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມຂອງກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີ ແລະ ພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ລາວ ປະຈຳປີ ຄັ້ງທີ 6 ຢູ່ ກ໋ວາງນິງ. ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງ, ແທດຈິງ, ສຸມໃສ່ເຂົ້າໃນການກວດກາຄືນໃໝ່ເນື້ອໃນການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ວາງອອກການກຳນົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດ ແລະ ສອງກະຊວງການຕ່າງປະເທດ ໃນໄລຍະຈະມາເຖິງ.
        ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕີລາຄາວ່າ ປີ 2020 ຈະແມ່ນປີບານພັບສຳຄັນສຳລັບທັງສອງປະເທດ, ເພາະສະນັ້ນສອງປະເທດຕ້ອງຕັ້ງໜ້າ, ເປັນເຈົ້າການ ນຳການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວເຂົ້າສູ່ລວງເລິກ, ແທດຈິງກວ່າອີກ ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນປ່ຽນຢ່າງເລິກເຊິ່ງ ແລະ ສັບສົນ. ພາຍຫຼັງການພົບປະ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການກະຊວງຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ລົງນາມໂຄງການກະທຳເພື່ອການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດລາວກ່ຽວກັບການຊຸກຍູ້ວຽກງານ ທາງການທູດດ້ານເສດຖະກິດໄລຍະ 2020  - 2025ໃຫ້ຫຼາຍກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top