• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ: ຫຼາຍບັນຫາໃໝ່ ທີ່ພົ້ນເດັ່ນໃນ ການກຳນົດທິດທາງພັດທະນາປະເທດຊາດ

ກອງປະຊຸມ ໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູ ນິດ ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 26 ມັງ ກອນ 2021 ທີ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ.  ອາຍຸ ການ 2021-2025 ແລະ ຊຸມປີຕໍ່ໄປ, ເປົ້າໝາຍ ພັດທະນາ ໂດຍສັງ ເຂບ ໄດ້ກຳນົດໃນບົດລາຍງານການເມືອງ ແມ່ນ: ຍົກສູງ ຄວາມ ສາມາດໃນການນຳພາ, ຄວາມສາມາດ ໃນການປົກຄອງ ແລະ ຄວາມ ສາມາດ ໃນການຕໍ່ສູ້ ຂອງ ພັກ...

ກອງປະຊຸມໃຫຍ່ພາຍໃຕ້ຫົວຂໍ້: “ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ສ້າງເຈດຈໍາ ນົງ ແລະ ຄວາມຕັດສິນໃຈພັດທະນາປະເທດຊາດ, ເສີມຂະຫຍາຍ ກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ສົມທົບກັບກໍາລັງ ແຮງຍຸກສະໄໝ; ສືບຕໍ່ຍູ້ແຮງ ການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບ ຊຸດ; ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໄວ້ໃຫ້ໝັ້ນຄົງ, ຮັກ ສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ສູ້ຊົນ ຮອດ ກາງສະຕະວັດ XXI, ຫວຽດນາມ ກາຍເປັນປະເທດພັດທະນາ ຕາມການກໍານົດທິດສັງຄົມນິຍົມ”.


ສະຫາຍ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະ ສະຫາຍທ່ານນາງ ຫງວຽນທິກິມເງິນ ກຳມະການ ກົມການເມືອງ, ປະທານສະພາ ແຫ່ງຊາດ ເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່. ພາບ: VNA


ບັນດາຜູ້ແທນທໍາພິທີເຄົາລົບທຸງຊາດ. ພາບ: VNA


ຕອນເຊົ້າ ວັນທີ 26 ມັງກອນ 2021, ກອງປະຊຸມໃຫຍ່ຜູ້ ແທນ ທົ່ວ ປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ໄດ້ໄຂຂຶ້ນ ຢ່າງ ສົມກຽດ ຢູ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ກອງ ປະ ຊຸມຈະດໍາເນີນແຕ່ວັນທີ 25 ມັງກອນ ເຖິງ ວັນທີ 2 ກຸມພາ 2021 ດ້ວຍຄໍາຂວັນທ່ີວ່າ: “ສາມັກຄີ-ປະຊາທິປະໄຕ-ວິໄນ-ຫົວຄິດປະ ດິດ ສ້າງ-ພັດທະນາ”. ເຂົ້າຮ່ວມກອງປະຊຸມມີຜູ້ແທນ ທັງໝົດ 1.587 ສະຫາຍ ຕາງໜ້າໃຫ້ສະມາຊິກພັກ ກວ່າ 5,1 ລ້ານສະຫາຍ. ໃນພາບ: ສະຫາຍ ຫງວຽນຊວນຟຸກ, ກຳມະການ ກົມການເມືອງ, ນາຍົກລັດຖະມົນຕີ ຕາງໜ້າ ໃຫ້ຄະນະປະທານ ອ່ານບົດກ່າວ ປາໄສ ໄຂກອງ ປະຊຸມໃຫຍ່. ພາບ: VNA


ກອງປະຊຸມ ໄດ້ຮັບຟັງ ສະຫາຍ ຫງວຽນຝູ໋ຈ້ອງ , ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດສສ ຫວຽດນາມ ອ່ານບົດລາຍງານການເມືອງ ຂອງ ຄະນະບໍລິຫານ ງານສູນກາງພັກ ຊຸດທີ XII ແລະ ບັນດາເອກະສານ ທີ່ ສະເໜີຕໍ່ ກອງປະຊຸມໃຫຍ່. ພາບ: VNA

ພິທີໄຂກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດ ດ້ວຍການເຂົ້າຮ່ວມ ຂອງ ຜູ້ແທນ ທັງໝົດ 1.587 ສະຫາຍ, ພາຍໃຕ້ການຊີ້ນໍາ ຂອງ ຄະນະປະທານ ກອງປະ ຊຸມ ລວມມີ 17 ສະຫາຍ. 

ເຂົ້າຮ່ວມກອງປະຊຸມມີບັນດາການນຳ, ອະດີດການນຳ ພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ນັກປະຕິວັດອາວຸໂສ, ແມ່ ຫວຽດນາມ ວິລະຊົນ, ບັນຍາຊົນ, ນັກສິລະປິນ, ຜູ້ຊົງວຸດທິທາງ ສາ ສະໜາ ແລະ ຜູ້ຕາງໜ້າຄົນຮຸ່ນໜຸ່ມ.

ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ບັນດາອົງ ການຈັດ ຕັ້ງສາກົນ ປະຈຳ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມໃນ ພິທີໄຂກອງ ປະຊຸມ ໃຫຍ່.

ບັນດານັກຂ່າວຂອງສຳນັກຂ່າວສານ, ໜັງສືພິມຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ໄດ້ມາເກັບກໍາຂ່າວກ່ຽວກັບກອງປະຊຸມໃຫຍ່.


ສະຫາຍ ຫງວຽນຝູ໋ຈ້ອງ , ເລຂາທິການໃຫຍ່ຄະນະບໍລິຫານງານ ສູນ ກາງພັກ, ປະທານປະເທດສສ ຫວຽດນາມ ອ່ານບົດລາຍງານການ ເມືອງ ຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ XII ແລະ ບັນດາ ເອກະສານ ທີ່ສະເໜີຕໍ່ກອງປະຊຸມໃຫຍ່. ພາບ: VNA


ຄະນະປະທານດໍາເນີນກອງປະຊຸມ. ພາບ: VNA

ດ້ວຍຄໍາຂວັນທ່ີວ່າ: ສາມັກຄີ-ປະຊາທິປະໄຕ-ວິໄນ-ຫົວຄິດປະດິດ ສ້າງ-ພັດທະນາ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ມີໜ້າທີ່ສະ ຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XII ຕິດພັນກັບ ການຕີລາຄາ 35 ປີແຫ່ງ ການປະຕິບັດ ພາລະກິດປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດ ໂຄງການດຳເນີນງານປີ 1991, 10 ປີແຫ່ງ ການປະຕິບັດ ໂຄງ ການດຳເນີນງານ (ປັບປຸງ, ພັດທະນາ ປີ 2011), ຍຸດທະສາດພັດ ທະນາເສດຖະກິດ-ສັງ ຄົນ 10 ປີ, ປີ 2011-2020; ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ 5 ປີ, ແຕ່ ປີ 2021-2025 (ສະເຫຼີມສະຫຼອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດ ນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບ);  ກຳນົດເປົ້າໝາຍ, ທິດທາງເຖິງປີ 2030 (ສະເຫຼີມສະຫຼອງ 100 ປີ ວັນສ້າງຕັ້ງ ພັກ) ແລະ ວິໄສທັດ ພັດທະນາປະເທດຊາດ ເຖິງປີ 2045 (ສະເຫຼີມສະ ຫຼອງ 100 ປີແຫ່ງວັນສ້າງ ຕັ້ງປະເທດຫວຽດນາມ ປະຊາ ທິປະໄຕ ສາທາລະນະລັດ, ປັດຈຸບັນ ແມ່ນປະເທດ ສາທາລະນະລັດ ສັງຄົມນິ ຍົມ ຫວຽດນາມ). 

ກອງປະຊຸມ ໄດ້ຮັບຟັງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ອ່ານບົດລາຍງານ ຂອງ ຄະນະບໍລິຫານງານ ສູນກາງ ພັກ ຊຸດທີ XII ກ່ຽວກັບບັນດາເອກະສານ ທີ່ສະເໜີຕໍ່ກອງ ປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. 


ສະຫາຍ ຫງວຽນຝູ໋ຈ້ອງ , ເລຂາທິການໃຫຍ່ຄະນະບໍລິຫານງານ ສູນ ກາງພັກ, ປະທານປະເທດສສ ຫວຽດນາມ ອ່ານ ບົດລາຍງານການ ເມືອງ ຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ XII ແລະ ບັນດາ ເອກະສານ ທີ່ສະເໜີຕໍ່ກອງປະຊຸມໃຫຍ່. ພາບ: VNA


ພາບກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມ ມູນິດ ຫວຽດນາມ. ພາບ: VNA


ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່. ພາບ: VNA


ບັນດາຜູ້ແທນສາກົນເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່. ພາບ: VNA

ໃນອາຍຸການ 2021-2025 ແລະ ຊຸມປີຕໍ່ໄປ, ເປົ້າໝາຍພັດ ທະນາ ໂດຍສັງເຂບ ໄດ້ກຳນົດໃນບົດລາຍງານການເມືອງ ແມ່ນ: ຍົກສູງ ຄວາມສາມາດໃນການນຳພາ, ຄວາມສາມາດ ໃນການປົກຄອງ ແລະ ຄວາມສາມາດ ໃນການຕໍ່ສູ້ ຂອງ ພັກ; ປັບປຸງ ຄວາມເຊື່ອ ໝັ້ນ ຂອງ ປະຊາຊົນຕໍ່ພັກ, ລັດ, ລະບອບສັງຄົມນິຍົມ, ຄົ້ນຄືນ ເຈດ ຈຳນົງ ແລະ ຄວາມຕັດສິນໃຈ ພັດທະນາປະເທດຊາດ, ເສີມຂະ ຫຍາຍກຳ ລັງແຮງ ຂອງ ມະຫາສາມັກຄີທົ່ວປວງຊົນ ປະສານສົມ ທົບກັບກຳລັງແຮງ ຂອງ ຍຸກສະໄໝ ປັດຈຸບັນ; ສືບຕໍ່ຍູ້ ແຮງຢ່າງ ຮອບດ້ານ, ຫັນພາລະກິດການປ່ຽນແປງໃໝ່ຢ່າງເປັນຈັງຫວະ, ພ້ອມ ພຽງ ສະໝໍ່າ ສະເໝີ; ສ້າງສາ ແລະ ປ້ອງກັນປະເທດຢ່າງ ແໜ້ນ ແຟ້ນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນນະພາບ; ພະຍາຍາມເພື່ອ ໃຫ້ເຖິງ ກາງສະຕະວັດທີ XXI, ປະເທດ ຫວຽດ ນາມ ຈະກາຍເປັນປະເທດໜຶ່ງ ທ່ີພັດທະນາ, ຕາມ ການນຳນົດທິດ ສັງຄົມນິຍົມ.


ຄະນະຜູ້ແທນອົງຄະນະພັກ ກອງທັບ ເຂົ້າຮ່ວມພິທີໄຂກອງ ປະຊຸມ ໃຫຍ່. ພາບ: VNA


ຄະນະຜູ້ແທນອົງຄະນະພັກ ຕຳຫຼວດສູນກາງ ເຂົ້າຮ່ວມພິທີໄຂ ກອງປະຊຸມໃຫຍ່. ພາບ: VNA

ບົດລາຍງານ ການເມືອງ ໄດ້ກຳນົດບັນດາເປົ້າໝາຍສະເພາະ, ບໍ່ ພຽງແຕ່ໃນອາຍຸການຊຸດທີ່ XIII ເທົ່ານັ້ນ, ແຕ່ຍັງກ້າວ ສູ່ບັນດາເປົ້າ ໝາຍພັດທະນາ ທີ່ສຳຄັນຂອງ ປະເທດຊາດໃນຊຸມປີທ່ີຈະມາເຖິງ:

ເຖິງປີ 2025 ເປັນປະເທດທ່ີກໍາລັງພັດທະນາ ດ້ວຍອຸດສາຫະກໍາ ພັດທະນາ ຕາມທິດທັນສະໄໝ, ຜ່ານລາຍຮັບປານກາງຕໍ່າ. 

ເຖິງປີ 2030 ເປັນປະເທດກໍາລັງພັດທະນາ, ມີອຸດສາຫະກຳທັນ ສະໄໝ, ລາຍຮັບສູງປານກາງ. 

ເຖິງປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ. 







ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມໃຫຍ່. ພາບ: VNA
ປະຕິບັດ: VNA/VNP

ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ ແຮງຜັກດັນ ສຳຄັນ ທີ່ສຸດ

ພັດທະນາ ເສດຖະກິດເອກະຊົນ ໄດ້ກາຍເປັນ “ແຮງຜັກດັນ ສຳຄັນ ທີ່ສຸດ”

ຕະຫຼອດໄລຍະ 40 ປີຜ່ານມາ, ເສດຖະກິດເອກະຊົນ ໄດ້ຮັບການ ຢືນຢັນວ່າ ເປັນກຳລັງຜັກດັນ ທີ່ສຳຄັນ ຂອງ ພື້ນຖານເສດຖະກິດ, ແຕ່ກໍຍັງມີຂໍ້ຄົງຄ້າງ ແລະ ຂໍ້ຈຳກັດ, ຍັງບໍ່ທັນໄດ້ນຳໃຊ້ທ່າແຮງບົ່ມ ຊ້ອນ, ກຳລັງພາຍໃນໄດ້ໝົດ ແລະ ຍັງບໍ່ທັນປະກອບສ່ວນ ສົມກັບ ພື້ນຖານເສດຖະກິດ ແຫ່ງຊາດ, ນັບທັງດ້ານປະລິມານ ແລະ ຂອບ ຂະໜາດ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ອອກມະຕິວ່າດ້ວຍ ການພັດ ທະນາເສດຖະກິດເອກະຊົນ ດ້ວຍຈິດໃຈ 6 ຢ່າງທີ່ຊັດເຈນຄື: “ຄົນ ຊັດເຈນ, ວຽກ ຊັດເຈນ, ຄວາມຮັບຜິດຊອບ ຊັດເຈນ, ສິດ ຊັດເຈນ, ເວລາ ຊັດເຈນ, ຜົນໄດ້ຮັບ ຊັດເຈນ”.

Top