• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ SOM ກ່ອນດໍາເນີນ ກອງປະຊຸມ GMS6

ວັນທີ 29 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ໃນຂອບເຂດຂອງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ຄັ້ງທີ 6 (GMS6), ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM)

ກອງປະຊຸມ ເຈົ້າໜ້າທີ່ອາສຸໂສ SOM

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພິຈາລະນາຄັ້ງສຸດທ້າຍກ່ຽວກັບບັນດາຫົວຂໍ້ ແລະ ບັນຫາທີ່ມີສ່ວນກ່ຽວຂ້ອງ ເພື່ອຈະນຳມາປຶກສາຫາລືໃນກອງປະຊຸມ GMS6. ນອກຈາກນັ້ນ, ຜູ້ແທນທັງຫຼາຍຍັງປຶກສາຫາລືກ່ຽວກັບສານ, ຫົວຂໍ້, ຈຸດເດັ່ນ ແລະ ບັນຫາສໍາຄັນຕ່າງໆບັນດາການນຳອາດຈະຍົກອອກມາ ໂດຍອີງໃສ່ບົດລາຍງານຕ່າງໆຂອງບັນດາປະເທດ; ພິຈາລະນາຄືນໃໝ່ໂຄງປະກອບ ແລະ ບັນດາການເຄື່ອນໄຫວຂອງກອງປະຊຸມຄົບຄະນະ GMS6 ແລະ ກອງປະຊຸມສະພາທຸລະກິດ ກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

        ຕອນບ່າຍຂອງວັນດຽວກັນ, ໃນຂອບເຂດຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10, ກໍໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top