• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມເພື່ອການພັດທະນາແບບຍືນຍົງ

ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຫວຽດນາມ ເພື່ອການພັດທະນາແບບຍືນຍົງ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ

(ພາບ: toquoc.vn)

ນີ້ແມ່ນກອງປະຊຸມເພື່ອແນໃສ່ຕີລາຄາວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໃນໄລຍະຜ່ານມາ, ກໍຄືປຶກສາຫາລືມາດຕະການແກ້ໄຂ ເພື່ອໃຫ້ບັນດາມໍລະດົກວັດທະນະທຳປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມຕາມທິດຍືນຍົງ.

        ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຍູ້ແຮງວຽກງານສຶກສາ, ໂຄສະນາໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ; ເປີດບັນດາຫ້ອງຮຽນກ່ຽວກັບມໍລະດົກບໍ່ເປັນວັດຖຸຢູ່ຫຼາຍທ້ອງຖິ່ນ ດ້ວຍການເຊື້ອເຊີນນັກສິລະປິນດີເດັ່ນມາສິດສອນ; ກວດກາ, ສ້າງສຳເນົາເອກະສານວິທະຍາສາດມໍລະດົກບໍ່ເປັນວັດຖຸເພື່ອລວບລວມຄຸນຄ່າໃນສາງມໍລະດົກວັດທະນະທຳບໍ່ເປັນວັດຖຸ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວວ່າ.

     “ມໍລະດົກແມ່ນວັດຖຸຫາຍາກ ເຊິ່ງທຳມະຊາດດົນບັນດານໃຫ້ປະເທດພວກເຮົາ ຫຼື ແມ່ນການອອກແຮງງານຢ່າງມີຫົວຄິດປະດິດສ້າງເຊິ່ງປູ່ຍ່າຕາຍາຍລຸ້ນຕ່າງໆໄດ້ສ້າງປະໄວ້. ແລະພວກເຮົາໝົດທຸກຄົນຕ້ອງຊາບຊຶມດ້ວຍຈິດໃຈນັ້ນແມ່ນ “ສິ່ງໃດກໍ່ສາມາດສ້າງໄດ້, ຜະລິດໄດ້, ປະດິດຄິດແຕ່ງໄດ້ ແຕ່ມໍລະດົກແມ່ນບໍ່ສາມາດສ້າງໄດ້”. ສະນັ້ນ, ຫ້າມທຳລາຍ, ເຮັດໃຫ້ເປ່ເພ ຫຼື ແລກປ່ຽນເອົາບໍ່ວ່າດ້ວຍເຫດຜົນໃດເພື່ອພັດຮັບໃຊ້ການພັດທະນາຢ່າງເດັດຂາດ. ຖ້າຫາກມໍລະດົກຖືກສູນຫາຍໄປແຕ່ໜ້ອຍດຽວ ກໍຈະເຮັດໃຫ້ສີສັນວັດທະນະທຳຂອງຊາດຖືກສູນຫາຍໄປນຳ”.

        ນັບແຕ່ປີ 2011 ຮອດປີ 2015, ຜ່ານໂຄງການຈຸດໝາຍແຫ່ງຊາດກ່ຽວກັບວັດທະນະທຳ, ໄດ້ມີ 12 ບ້ານດີເດັ່ນ ແລະ 5 ງານບຸນໄດ້ຮັບການໜູນຊ່ວຍອະນຸລັກຮັກສາ.

(ແຫຼ່ງຄັດຈາກ VOV)


ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top