• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ 2018

ຕອນເຊົ້າວັນທີ 18 ກໍລະກົດ, ທີ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍປີ 2018.

ກອງປະຊຸມຫົວເລື່ອງສະເພາະກ່ຽວກັບວຽກງານສ້າງກົດໝາຍ 2018 (ພາບ: VGP)
ທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫ໋ຽນ ຖືວ່າ: ຈຳນວນກົດໝາຍ, ລັດຖະບັນຍັດທີ່ສ້າງຂຶ້ນແມ່ນຫລວຫລາຍ. ໝາກຜົນແຫ່ງການກວດກາໄດ້ສະແດງໃຫ້ເຫັນວ່າ ໄລຍະຮອດປີ 2020 ຍັງມີກົດໝາຍ, ລັດຖະບັນຍັດ 43 ສະບັບຕ້ອງໄດ້ຮັບການປັບປຸງ, ເພີ່ມເຕີມ ຫຼື ປະກາດໃຊ້ໃໝ່, ນັ້ນແມ່ນຍັງບໍ່ທັນເວົ້າເຖິງບັນດາຮ່າງກົດໝາຍ, ລັດຖະບັນຍັດອື່ນ ເພື່ອຫັນມະຕິສູນກາງພັກຄັ້ງທີ 7 ເປັນລະບອບນິຕິກຳ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫ໋ຽນ ສະເໜີວ່າ ຄວນແກ້ໄຂຂໍ້ຈຳກັດໃນການສ້າງກົດໝາຍ, ລັດຖະບັນຍັດ, ຍູ້ໄວຄວາມຄືບໜ້າການຮຽບຮຽງ, ຍື່ນສະເໜີ, ປະກາດໃຊ້ເອກະສານ, ແກ້ໄຂສະພາບການຂໍຖອນ, ຂໍເລື່ອນເວລາກຳນົດຂອງບັນດາຮ່າງກົດໝາຍ, ລັດຖະບັນຍັດ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top